ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ C ນັດສຸດທ້າຍ ຄືນວັນທີ 1 ພະຈິກຜ່ານມາ, ເສືອໃຕ້ ບາເຢິນ ມິວນິກ ແຊ້ມ 6 ສະໄໝ ຟອມດີຕໍ່ເນື່ອງ ເປີດບ້ານຊະນະ ອິນເຕີ ມິລານ 2-0 ຈາກປະຕູຂອງ ເບັນຈາແມັງ ປາວາ ແລະ ຊູໂປ ມົດຕິ້ງ ບາເຢິນ ເປັນທີມດຽວທີ່ຊະນະ 6 ນັດລວດ ໃນແຊ້ມປ້ຽນລີກ ລະດູການນີ້.
ຂະນະທີ່ ບາຣເຊໂລນ້າ ບຸກຊະນະ ວິກຕໍເຣຍ ພິວເຊັນ 4-2 6 ນັດ: ບາເຢິນ ເກັບ 18 ຄະແນນເຕັມ, ອິນເຕີ ມີ 10 ຄະແນນ ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍ, ສ່ວນ ບາຣຊ້າ ມີ 7 ຄະແນນ ຕົກຮອບ 2 ລະດູການຕິດຕໍ່ກັນ ໄດ້ທີສາມຂອງກຸ່ມ ໄປຫລິ້ນ ຢູໂຣປ້າລີກ ຮອບເພອັອຟ ເພື່ອຄັດເຂົ້າຮອບ 16 ທີມ ແລະ ພິວເຊັນ ບໍ່ມີຄະແນນ ຕົກຮອບ.
Photo: UEFA Champions League