ສະເປີ ແຊງຊະນະ ມາກເຊີຍ ເຂົ້າຮອບ 16 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ 2022-23

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ D ນັດສຸດທ້າຍ ຄືນວັນທີ 1 ພະຈິກຜ່ານມາ, ທັອດແນ່ມ ຮັອດສະເປີ ບຸກແຊງຊະນະ ໂອລິມປິກ ມາກເຊີຍ ແບບຫວຸດວິດ 2-1 ຖືກຂຶ້ນນຳກ່ອນຈາກ ແຊນເຊວ ເອັມແບມບ້າ 45+2′ ແຕ່ເຄິ່ງຫລັງຍິງແຊງສອງປະຕູຈາກ ເຄມ໋ອງ ເລິງເລ່ ນາທີ 54 ແລະ ປີແອ ຮອຍເບີກ ນາທີ 90+5.

ສະປອດຕິ້ງ ລິສບ້ອນ ເສຍຄາບ້ານໃຫ້ ໄອແທັກ ແຟັງເຟີດ 1-2 ຖືກແຊງຊະນະເຊັ່ນກັນ ຈົບ 6 ນັດ ສະເປີ ມີ 11 ຄະແນນ, ແຟັງເຟີດ ມີ 10 ຄະແນນ ເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ, ສະປອດຕິ້ງ ມີ 7 ຄະແນນ ໄດ້ອັນດັບສາມ ໄດ້ໄປຫລິ້ນ ຢູໂຣປ້າລີກ ຮອບເພອັອຟ ເພື່ອໄປຮອບ 16 ທີມ, ມາກເຊີຍ ມີ 6 ຄະແນນ ຕົກຮອບ.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *