ການແຂ່ງຂັນບານເຕະ U18 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ, ຮອບ 4 ທີມສຸດທ້າຍ ປະກອບມີ: ອັນດັບ 1 ເອສຣາ ແຊ້ມເກົ່າ, ອັນດັບ 2 ຫຼວງພະບາງ, ອັນດັບ 3 ຈຳປາສັກ ແລະ ອັນດັບ 4 ຊ້າງນ້ອຍ ຜ່ານການຈັບສະຫຼາກ ໃນວັນທີ 28 ສິງຫາ ປະກົດວ່າ:
+
+ U15 ເອສຣາ ແຊ້ມເກົ່າ ພົບກັບ U15 ຈຳປາສັກ ໃນວັນທີ 29 ສິງຫາ ເວລາ 17:00 ໂມງ ສະໜາມ 1. ໃນຮອບທຳອິດ ເອສຣາ ເອົາຊະນະ ຈໍາປາສັກ 3-2.
+ U15 ຊ້າງນ້ອຍ ພົບກັບ U15 ຫຼວງພະບາງ ໃນວັນທີ 29 ສິງຫາ ເວລາ 17:00 ໂມງ ສະໜາມ 2. ໃນຮອບທຳອິດ ຫຼວງພະບາງ ເອົາຊະນະ ຊ້າງນ້ອຍ 2-0.
ຮູບແບບການແຂ່ງຂັນ 90 ນາທີ ຖ້າສະເໝີກັນ ແມ່ນແຂ່ງຂັນຕໍ່ໄລຍະຕໍ່ພິເສດເວລາ 30 ນາທີ, ຖ້າຍັງສະເໝີກັນແມ່ນໄປຕັດສິນດ້ວຍການຍິງຈຸດໂທດ.
ການແຂ່ງຂັນບານເຕະ U18 ແມ່ນເອົາທີມອະຄາເດມີ້ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15 ລ້ານກີບ, ທີມຮອງແຊ້ມຮັບເງິນ 8 ລ້ານກີບ ແລະ ອັນດັບ 3 ຮັບເງິນລາງວັນ 5 ລ້ານກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.
Photo: LFF