ຊາລ້າ-ນູເຢັຊ ຍິງຜູ້ລະປະຕູ ຊ່ວຍ ລີເວີພູລ ຊະນະ ນາໂປລີ ມອບຄຳວ່າ: ເສຍນັດທຳອິດໃຫ້ ນາໂປລີ ໃນລະດູການນີ້

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ A ນັດສຸດທ້າຍ ຄືນວັນທີ 1 ພະຈິກຜ່ານມາ, ຫົງແດງ ລີເວີພູລ ຮອງແຊ້ມລະດູການຜ່ານມາ ເປີດບ້ານຊະນະ ນາໂປລີ 2-0 ໄດ້ປະຕູໃນທ້າຍເກມຈາກ ໂມຮາເໝັດ ຊາລ້າ ນາທີ 85′ ແລະ ດາຣວິນ ນູເຢັສ ຕົວສຳຮອງ ນາທີ 90+8′.

+ ລີເວີພູລ ມອບຄຳວ່າ: ເສຍນັດທຳອິດໃຫ້ ນາໂປລີ ໃນລະດູການນີ້ ແລະ ຢຸດສະຖິຕິຊະນະລວດຂອງ ນາໂປລີ ໄວ້ທີ່ 13 ນັດ ລວມທຸກລາຍການ.

ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ອາແຈັກ ບຸກຊະນະ ແຣນເຈີ 3-1 ຈົບ 6 ນັດ: ນາໂປລີ ແລະ ລີເວີພູລ ມີ 15 ຄະແນນເທົ່າກັນ ແຕ່ປະຕູໄດ້ເສຍ ແລະ ສະຖິຕິການພົບກັນ ນາໂປລີ ດີກວ່າ ລີເວີພູລ ໄດ້ທີ 1 ຂອງກຸ່ມ, ລີເວີພລູ ທີ 2 ຂອງກຸ່ມ ເຂົ້າຮອບ 16 ທີມສຸດທ້າຍຕໍ່ໄປ, ສ່ວນ ອາແຈັກ ມີ 6 ຄະແນນ ໄດ້ທີ 3 ຂອງກຸ່ມ ໄດ້ໄປ ຢູໂຣປ້າລີກ ຮອບເພອັອຟ ເພື່ອລຸ້ນເຂົ້າຮອບ 16 ທີມ, ຂະນະທີ່ ແຣນເຈີ ບໍ່ມີຄະແນນຕົກຮອບ.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *