ສະຫະພັນບານເຕະປະເທດເວວ ກຳລັງພິຈາລະນາປ່ຽນຊື່ທີມຊາດຂອງຕົນ ຈາກທີມຊາດເວວ ມາເປັນທີມຊາດ ຄຳຣີ (Cymru) ຕາມພາສາທ້ອງຖິ່ນ ຫລັງຈົບ ບານໂລກ 2022 ໂດຍປະທານສະຫະພັນບານເຕະຂອງທັບມັງກອນແດງ ຈະສະເໜີຕໍ່ສະຫະພັນບານເຕະນາທຊາດ ຫລື ຟີຟ້າ ແລະ ສະຫະພັນບານເຕະເອີຣົບ ຫລື ຢູຟ້າ ເພື່ອພິຈາລະນາ, ສ່ວນທັດສະນະຄວາມຄິດເຫັນຂອງແຟນບານ ແລະ ປະຊາຊົນຊາວເວວ ແມ່ນເຫັນດີເປັນສ່ວນໃຫຍ່ ເພາະເອີ້ນກັນຕິດປາກມາຕະຫລອດ.
ສຳລັບທີມຊາດເວວ ສ້າງຕັ້ງຂຶ້ນໃນວັນທີ 2 ກຸມພາ ປີ 1876 ໄດ້ໄປຫລິ້ນ ບານໂລກ 2022 ຮອບສຸດທ້າຍ ເປັນຄັ້ງທີສອງໃນຮອບ 64 ປີ ຕໍ່ຈາກປີ 1958 ໂດຍຢູ່ກຸ່ມ B ຮ່ວມກັບ ທີມຊາດອັງກິດ, ສະຫະລັດ ອາເມຣິກາ ແລະ ອີຣານ.
Photo: FA Wales