ອາເຊວເຊັນ ຊະນະ ເກັມເກ້ ຄວ້າແຊ້ມດອກປີກໄກ່ ເຟັນ ໂອເພັນ 2022 ຄັ້ງທຳອິດ!

ວິກເຕີ ອາເຊວເຊັນ ນັກກິລາດອກປີກໄກ່ ມື 1 ຂອງໂລກ ຊາວເດັນມາກ ສາມາດພິຊິດແຊ້ມ ເຟັນ ໂອເພັນ ຄັ້ງທຳອິດ ໄດ້ສຳເລັດ ພາຍຫລັງເອົາຊະນະ ຣັສມຸສ ເກັມເກ້ ມື 13 ຂອງໂລກ ເພື່ອນຮ່ວມຊາດ 2-0 ເກມ: 21-14, 21-15 ຮັບຂັນແຊ້ມ ພ້ອມເງິນລາງວັນ 42,000 ໂດລາສະຫະລັດ, ຮອງແຊ້ມໄດ້ $20,400 ໂດລາ.

ປະເພດຍິງດ່ຽວ ແຊ້ມເປັນຂອງ ເຫີປິງຈຽວ ມື 8 ຂອງໂລກຈາກຈີນ ຮອບຊິງຊະນະ ຄາໂຣລີນ້າ ມາຣິນ ອະດີດມື 1 ຂອງໂລກ ຈາກແອັສປາຍ 2-1 ເກມ: 16-21, 21-9, 22-20 ໄດ້ແຊ້ມລາຍການນີ້ເປັນສະໄໝທີສອງ ຕໍ່ຈາກປີ 2016 ແລະ ເປັນແຊ້ມສອງລາຍການຕິດຕໍ່ກັນ, ຮັບເງິນລາງວັນເທົ່າກັບປະເພດຊາຍດ່ຽວ.

ສ່ວນ ຄູ່ຍິງ ແຊ້ມເປັນຄູ່ຈາກມາເລເຊຍ, ຄູ່ຊາຍແຊ້ມຄູ່ຈາກອິນເດຍ ແລະ ຄູ່ປະສົມແຊ້ມແມ່ນຄູ່ຈາກຈີນ.

Photo: Victor Axelsen

Leave a Reply

Your email address will not be published. Required fields are marked *