ຟີລິບ ອໍແກ ອາເລຍຊິມ ນັກເທັນນິສດາວເດັ່ນຈາກການາດ້າ ຟອມເດັ່ນ ຄວ້າແຊ້ມ 3 ລາຍການ ໃນ 3 ອາທິດ

ຟີລິບ ອໍແກ ອາເລຍຊິມ ນັກເທັນນິສດາວເດັ່ນ ໄວ 22 ປີ ຈາກການາດ້າ ຟອມເດັ່ນຕໍ່ເນື່ອງ ຄວ້າແຊ້ມ 3 ລາຍການ ໃນ 3 ອາທິດ, ຫລ້າສຸດພິຊິດແຊ້ມລາຍການ Swiss Indoors ລະດັບ ATP 500 ຢູ່ນະຄອນບາເຊິນ ປະເທດສະວິດເຊີແລນ ຮອບຊິງຊະນະ ໂຮເກ້ ຣຸນ ດາວເດັ່ນ ໄວ 19 ປີ ຈາກເດັນມາກ 2-0 ເຊັດ: 6–3, 7–5 ກາຍເປັນນັກເທັນນິສຊາວການາດ້າຄົນທຳອິດໄດ້ແຊ້ມລາຍການນີ້ ຮັບຂັນແຊ້ມ ພ້ອມເງິນລາງວັນ 399,000 ກວ່າເອີໂຣ.

ກ່ອນໜ້ານີ້ ສອງອາທິດຜ່ານມາ ຟີລິບ ອໍແກ ອາເລຍຊິມ ຄວ້າແຊ້ມລະດັບ ATP 250 ລາຍການ Firenze Open ທີ່ເມືອງຟໍເຣັນຊ໌ປະເທດອີຕາລີ ແລະ ລາຍການ ຢູໂຣປ້ຽນ ໂອເພັນ ຢູ່ອັນແວັບ ປະເທດແບນຊິກ. ຂະນະທີ່ ຟີລິບ ອໍແກ ອາເລຍຊິມ ລຸ້ນຕິດອັນດັບ 1 ໃນ 8 ຂອງໂລກ ເພື່ອໄປແຂ່ງຂັນລາຍການ ATP Finals ຢູ່ຕູຣິນ ປະເທດອີຕາລີ ໃນວັນທີ 3–20 ພະຈິກນີ້ ຫວັງຜົນງານດີໃນລາຍການ ມາສເຕີ 1000 Paris Masters ໃນອາທິດນີ້.

Photo: Félix Auger-Aliassime

Leave a Reply

Your email address will not be published. Required fields are marked *