ການແຂ່ງຂັນເຕະບານ ຊິງແຊ້ມສະໂມສອນອາເມຣິກາໃຕ້ ຫລື Copa Libertadores ຮອງຊິງຊະນະເລີດ ປະຈຳປີ 2022 ເປັນການພົບກັນລະຫວ່າງສອງທີມຈາກເບຣຊິນ ຟລາແມັງໂກ້ ອະດີດແຊ້ມ 2 ສະໄໝ ພົບກັບ ແອັດເລຕິໂກ້ ພາຣານາເອັນເຊ້ ທີ່ເຂົ້າຊິງເປັນຄັ້ງທີ 2 ຕໍ່ຈາກປີ 2005 ຈຸດປ່ຽນສຳຄັນຂອງເກມນີ້ ຄືບັດແດງຂອງ ເປໂດຣ ເຮັນຣີເກ້ ກອງຫລັງ ແອັດເລຕິໂກ້ ພາຣານາເອັນເຊ້ ນາທີ 43′ ຈາກນັ້ນ ຟລາແມັງໂກ້ ມາໄດ້ປະຕູຂຶ້ນນຳຈາກ ກາບ້ຽວ ບາຣໂບຊ້າ ສູນໜ້າທີມຊາດເບຣຊິນ ໄວ 26 ປີ ໄລຍະຕໍ່ເວລາບາດເຈັບຕັ້ງທີໜຶ່ງ ນາທີ 45+4‘ ເຄິ່ງຫລັງ ບໍ່ມີປະຕູເພີ່ມ ຈົບເກມ ຟລາແມັງໂກ້ ຊະນະ ແອັດເລຕິໂກ້ ພາຣານາເອັນເຊ້ ແບບຫວຸດວິດ 1-0 ຄອງແຊ້ມສະໂມສອນອາເມຣິກາໃຕ້ ເປັນສະໄໝທີ 3 ຕໍ່ຈາກປີ 2019.
ເຊິ່ງການເປັນແຊ້ມເມື່ອປີ 2019 ກາບ້ຽວ ບາຣໂບຊ້າ ກໍເປັນຜູ້ຍິງສອງປະຕູ ພາທີມຊະນະ ຣີເວີເພຈ 2-1. ສ່ວນເກມລີກປີນີ້ ຟລາແມັງໂກ້ ຢູ່ອັນດັບສາມ ມີ 61 ຄະແນນ ຈາກ 34 ນັດ ຕາມຫລັງ ທີມນຳ 13 ຄະແນນ ເຫລືອການແຂ່ງຂັນພຽງ 4 ນັດ.
Photo: Clube de Regatas do Flamengo