ປໍລ ປັອກບາ ກອງກາງທັບ ມ້າລາຍ ຢູເວັນຕຸສ ອາດອົດຊ່ວຍທີມຊາດຝຣັ່ງປ້ອງກັນແຊ້ມ ບານໂລກ 2022 ທີ່ກາຕ້າ ໃນທ້າຍປີນີ້ ເນື່ອງຈາກອາການບາດຫົວເຂົ່າຊໍ້າເຮື້ອ ຕ້ອງໃຊ້ເວລາປິ່ນປົວຍາວເຖິງທ້າຍປີນີ້, ປັອກບາ ເຈັບຫົວເຂົ່າຕັ້ງແຕ່ຍ້າຍຈາກ ແມນເຊັສເຕີ ຢູໄນເຕັດ ຫລັງຈົບລະດູການຜ່ານມາ ແຕ່ຍັງຫວັງຈະຟື້ນຕົວໄວ ໃຫ້ທັນຊ່ວຍທີມຊາດຝຣັ່ງ ໃນບານໂລກຄັ້ງນີ້ ເຊິ່ງເປັນເລື່ອງທີ່ຍາກສົມຄວນ ເພາະບານໂລກ 2022 ຈະເລີ່ມໃນວັນທີ 20 ພະຈິກນີ້.
ໂດຍທີມຊາດຝຣັ່ງແຊ້ມເກົ່າ ຈັບສະຫລາກຢູ່ກຸ່ມ ຮ່ວມກັບ ທີມຊາດເດັນມາກ, ອົດສະຕຣາລີ ແລະ ຕູນີເຊຍ (ຕູນີຊີ້) ນັດທຳອິດ ຈະດວນກັບ ທີມຊາດອົດສະຕຣາລີ ວັນທີ 22 ພະຈິກນີ້. ກ່ອນໜ້ານີ້ ເອັນໂກໂລ້ ກ໊ອງເຕ້ ກອງກາງເຊວຊີ ອົດຊ່ວຍທີມຊາດຝຣັ່ງໃນ ບານໂລກ 2022 ທີ່ກາຕ້າຄັ້ງນີ້ ແນ່ນອນແລ້ວ ຍ້ອນຜ່າຕັດເອັນຫລັງຫົວເຂົ່າທີ່ເຈັບມາແຕ່ກາງເດືອນສິງຫາປີນີ້.
ສຳລັບ ປັອກບາ ຕິດທີມຊາດຝຣັ່ງຊຸດໃຫຍ່ມາແຕ່ປີ 2013 ລົງຫລິ້ນ 91 ນັດ ຍິງ 11 ປະຕູ ຊ່ວຍທີມໄດ້ແຊ້ມໂລກ 2018, ຮອງແຊ້ມຢູໂຣ 2016 ແລະ ແຊ້ມ ຢູຟ້າ ເນຊັ່ນລີກ ລະດູການ 2020–21.
Photo: Juventus