ລຸຍ ຊົວເຣັຊ ອະດີດສູນໜ້າຫົງແດງ ລີເວີພູລ ຍິງສອງປະຕູ ຊ່ວຍຕົ້ນສັງກັດ ນາຊີອ໋ອງນາວ ຊະນະ ລີເວີພູລ 4-1 ຄວ້າແຊ້ມລີກສູງສຸດປະເທດອູຣູໄກວ ລະດູການ 2022 ເມື່ອທ້າຍເດືອນຕຸລາຜ່ານມາ, ນັດນີ້ ທັງສອງທີມສະເໝີກັນ ໃນເວລາປົກກະຕິ 1-1 ແລະ ລີເວີພູລ ເຫລືອຜູ້ຫລິ້ນ 10 ຄົນ ໃນນາທີ 80′ ຕໍ່ເວລາພິເສດອີກ 30′ ນາທີ ນາຊີອ໋ອງນາວ ໄດ້ເພີ່ມອີກ 3 ປະຕູ ຈົບ 120′ ນາທີ ນາຊີອ໋ອງນາວ ຊະນະ ລີເວີພູລ 4-1 ຄວ້າແຊ້ມເປັນສະໄໝທີ 49 ສູງສຸດອັນດັບສອງຂອງປະເທດ ຮອງຈາກ ເປນາໂຣ ທີ່ໄດ້ 51 ສະໄໝ.
ປະຈຸບັນ ລຸຍ ຊົວເຣັຊ ອາຍຸ 35 ປີ ໂບກມືລາ ແອັດເລຕິໂກ້ ມາດຣິດ ຫລັງຈົບລະດູການຜ່ານມາ ມາຢູ່ກັບ ນາຊີອ໋ອງນາວ ທີມໃນບ້ານເກີດ ທີ່ປຸກປັ້ນ ຊົວເຣັຊ ມາແຕ່ນ້ອຍ ໄດ້ແຊ້ມລີກສູງສຸດກັບທີມເປັນສະໄໝທີສອງ ຕໍ່ຈາກລະດູການ 2005–06 ຕອນ ຊົວເຣັຊ ກ້າວສູ່ອາຊີບຄັ້ງທຳອິດ ກ່ອນໄປໂດ່ງດັງກັບ ໂກຣນິງເກັນ ແລະ ອາແຈັກ ໃນລີກສູງສຸດຂອງເນເທີແລນ (ໂຮນລັງ) ຕໍ່ດ້ວຍ ລີເວີພູລ ແລະ ບາຣເຊໂລນ້າ.
Photo: Luis Suarez