ຊຽງຂວາງ ເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 11 ຜົນງານດີຕໍ່ເນື່ອງ ຊະນະ ວຽງຈັນ 1-0 ເຂົ້າຮອບ 8 ທີມສຸດທ້າຍ ບານເຕະແຫ່ງຊາດ 2022

ການແຂ່ງຂັນເຕະບານຊາຍ ຊິງແຊ້ມປະເທດລາວ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຮອບແບ່ງສາຍ ນັດທີ 2 ຂອງສາຍ ກ ວັນທີ 31 ຕຸລາຜ່ານມາ, ຊຽງຂວາງ ເຈົ້າພາບ ກິລາແຫ່ງຊາດ ຄັ້ງທີ 11 ຜົນງານດີຕໍ່ເນື່ອງ ເອົາຊະນະ ແຂວງວຽງຈັນ 1-0 ຄວ້າໄຊສອງນັດລວດ ເຂົ້າຮອບ 8 ທີມສຸດທ້າຍເປັນທີມທຳອິດ ແຂວງວຽງຈັນ ເສຍສອງນັດຕິດຕໍ່ກັນ ຕົກຮອບແນ່ນອນແລ້ວ.

ສ່ວນຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ແຂວງບໍລິຄຳໄຊ ສະເໝີກັບ ແຂວງບໍ່ແກ້ວ 2-2 ບໍ່ແກ້ວ ມີ 4 ຄະແນນ ຈາກ 2 ນັດ, ຂະນະທີ່ ບໍລິຄຳໄຊ ມີ 1 ຄະແນນ ລຸ້ນເຂົ້າຮອບນັດສຸດທ້າຍ, ໂດຍນັດສຸດທ້າຍ ຈະແຂ່ງຂັນວັນທີ 2 ພະຈິກນີ້ ແຂວງບໍລິຄຳໄຊ ພົບ ແຂວງວຽງຈັນ ແລະ ແຂວງບໍ່ແກ້ວ ພົບ ແຂວງຊຽງຂວາງ ຢູ່ສະໜາມກິລາແຫ່ງຊາດ ຫລັກ 16 ສະນາມໃນ ແລະ ສະໜາມນອກ.

ສາຍ ຂ ນະຄອນຫລວງວຽງຈັນ ຊະນະ ແຂວງເຊກອງ 2-1 ແລະ ແຂວງຄຳມ່ວນ ສະເໝີກັບ ແຂວງຫລວງນໍ້າທາ 1-1 ສາຍນີ້ ຜ່ານໄປ 2 ນັດ ຄຳມ່ວນ ມີ 4 ຄະແນນ, ນະຄອນຫລວງວຽງຈັນ ແລະ ເຊກອງ ມີ 3 ຄະແນນ, ຫລວງນໍ້າທາ 1 ຄະແນນ, ຍັງມີລຸ້ນເຂົ້າຮອບທຸກທີມ, ນັດສຸດທ້າຍ ຈະແຂ່ງຂັນວັນທີ 2 ພະຈິກນີ້ ນະຄອນຫລວງວຽງຈັນ ພົບ ແຂວງຫລວງນໍ້າທາ ຢູ່ສະໜາມກິລາຫ້ວຍຫົງ ແລະ ແຂວງເຊກອງ ພົບ ແຂວງຄຳມ່ວນ ຢູ່ສະໜາມກິລາກອງທັບ ຫລັກ 5.

Photo: LFF National Football Championship

Leave a Reply

Your email address will not be published. Required fields are marked *