ການແຂ່ງຂັນກິລາບານສົ່ງໃນຮົ່ມ ຍິງ-ຊາຍ ທົ່ວປະເທດ ຊິງຂັນປະທານສະຫະພັນບານສົ່ງແຫ່ງຊາດລາວ ປະຈຳປີ 2022 ເປີດສາກທາງການໃນວັນທີ 31 ຕຸລານີ້ ທີ່ເດີ່ນກິລາໃນຮົ່ມກອງທັບ ຫລັກ 5 ນະຄອນຫລວງວຽງຈັນ ໂດຍການໃຫ້ເຂົ້າຮ່ວມຂອງ ທ່ານ ກະເສມ ອິນທະລາ ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ພ້ອມດ້ວຍຄະນະຮັບຜິດຊອບຈັດການແຂ່ງຂັນ, ແຂກຖືກເຊີນ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.
ທ່ານ ສຸລິຍາ ແກ້ວພິລາວົງ ຮອງປະທານສະຫະພັນບານສົ່ງແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນຄັ້ງນີ້ ມີຈຸດປະສົງເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ ທັງເປັນການພັດທະນາບຸກຄະລາກອນ ເປັນຕົ້ນສືບຕໍ່ສ້າງໂອກາດໃຫ້ນັກກິລາ ໄດ້ເຄື່ອນໄຫວແຂ່ງຂັນທົດສອບຄວາມສາມາດ, ພັດທະນາເຕັກນິກ ແລະ ທັກສະຄວາມສາມາດຕົນເອງ ເພື່ອກ້າວໄປເປັນນັກກິລາທີມຊາດໃນອະນາຄົດ, ພ້ອມດຽວກັນນີ້ ກໍເປັນການກຽມຄວາມພ້ອມຮອບດ້ານ ສູ່ງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຈະເປັນເຈົ້າພາບ ໃນທ້າຍປີນີ້.
ການແຂ່ງຂັນເທື່ອນີ້ ມີ 16 ທີມເຂົ້າຮ່ວມ, ທີມຍິງ 6 ທີມ ແລະ ທີມຊາຍ 10 ທີມ. ທີມຍິງ 6 ທີມ ປະກອບມີ: ກະຊວງປ້ອງກັນປະເທດ ແຊ້ມເກົ່າ, ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແລະ ສາມທີມນ້ອງໃໝ່ ກົມໃຫຍ່ການເມືອງກອງທັບ, ມາສເຕີ ເຊເວັນ ແລະ ໄດຣເວີ ເກີລ.
ສ່ວນທີມຊາຍ 10 ທີມ ປະກອບມີ: ກະຊວງປ້ອງກັນປະເທດ ແຊ້ມເກົ່າ, ລາວເດີນອາກາດ ຮອງແຊ້ມ, ວິທະຍາໄລພະລະສຶກສາ, ນະຄອນຫລວງວຽງຈັນ, ແຂວງວຽງຈັນ, ແຂວງບໍ່ແກ້ວ (ນ້ອງໃໝ່), ສະໂມສອນ ບີແກນ ແລະ ອີກ ທີມນ້ອງໃໝ່ຄື: ສະໂມສອນ ອັອດດີ້ ສະປອດ, ສະໂມສອນ ໂກລອັບ ວີຊີ້ ແລະ ສະໂມສອນ ໄລຟ ເຟັກເຕີຣີ້.
ແຊ້ມທີມຍິງ ແລະ ທີມຊາຍ ຈະໄດ້ຮັບຂັນລາງວັນ, ແລະ ເງິນລາງວັນ 12 ລ້ານກີບ, ຮອງແຊ້ມຈະໄດ້ຮັບເງິນລາງວັນ 9 ລ້ານກີບ, ທີສາມ 6 ລ້ານກີບ ແລະ ທີ 4 ຈະໄດ້ຮັບເງິນລາງວັນ 4 ລ້ານກີບ. ການແຂ່ງຂັນຈະດຳເນີນ 7 ວັນຄື: ວັນທີ 29 ຕຸລາ ຫາວັນທີ 4 ພະຈິກ 2022 ນີ້ ທີ່ເດີ່ນກິລາໃນຮົ່ມກອງທັບ ຫລັກ 5 ນະຄອນຫລວງວຽງຈັນ.
ການແຂ່ງຂັນຄັ້ງນີ້ ໄດ້ຮັບການອຸປະຖຳຫລັກໂດຍ ບໍລິສັດ ເບຍລາວ ຈຳກັດ ລວມ 231 ລ້ານກີບ ພ້ອມດ້ວຍຜູ້ຮ່ວມສະໜັບສະໜູນອີກຈຳນວນໜຶ່ງ, ຂໍເຊີນຊວນທ່ານຜູ້ຊົມ ມາຮ່ວມຊົມ ຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ຄະນະນັກກິລາຄັ້ງນີ້ ເຂົ້າຊົມໂດຍບໍ່ເສຍຄ່າຜ່ານປະຕູ.
Photo: Lao Volleyball Federation