ບັນຍາກາດການແຂ່ງຂັນມວຍມິດຕະພາບລາວ-ໄທ ສູ່ບັນລັງໂລກ ແລະ ມວຍນາໆຊາດ

ສະຫະພັນກິລາມວຍລາວ ແລະ ມວຍສາກົນ ແຂວງສະຫວັນນະເຂດ ຮ່ວມກັບ ບໍລິສັດ ນະຣົງວັດ ໂປຣໂມຊັ່ນ ຈຳກັດ ຈັດການແຂ່ງຂັນມວຍນາໆຊາດ ຊິງແຊ້ມສະຫະພັນມວຍແຫ່ງອາຊີ ໃນວັນທີ 28 ຕຸລາຜ່ານມາ, ທີ່ເວທີມວຍຊົ່ວຄາວ ສູນການຄ້າສະຫວັນ-ໄອເຕັກ ນະຄອນໄກສອນພົມວິຫານ ແຂວງສະຫວັນນເຂດ. ໃຫ້ກຽດເຂົ້າຮ່ວມຊົມ ແລະ ເປີດພິທີໂດຍ ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ວັດຊະພົງ ນະ ກາລາສິນ ທີ່ປຶກສາ ບໍລິສັດ ປະຢູນ ຈຳກັດ, ປະທານອຳນວຍການຈັດການ, ທ່ານ ພູທອນ ຊາສີ ອຳນວຍການ ບໍລິສັດ ສະຫວັນ ບຣິວເວິຣີ ຈຳກັດ, ປະທານຈັດການແຂ່ງຂັນ, ພ້ອມດ້ວຍ ກົງສູນຫວຽດນາມ ປະຈຳແຂວງສະຫວັນນະເຂດ, ຕາງໜ້າກົງສູນໄທ ປະຈຳແຂວງສະຫວັນນະເຂດ, ຜູ້ໃຫ້ການສະໜັບສະໜູນ ແລະ ມວນຊວນເຂົ້າຮ່ວມຊົມ.

ການຈັດແຂ່ງຂັນມວຍມິດຕະພາບລາວ-ໄທ ຄັ້ງນີ້ ຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 72 ປີ, ທັງເປັນການໂຄສະນາ – ປະຊາສຳພັນ ການທ່ອງທ່ຽວລາວ ກໍຄືແຂວງສະຫວັນນະເຂດ, ພ້ອມກັນນີ້ ກໍເປັນການການລະດົມທຶນໃຫ້ແກ່ຄະນະນັກກິລາແຂວງສະຫວັນນະເຂດ ກຽມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 13-22 ທັນວາປີນີ້.

ການແຂ່ງຂັນມວຍຄັ້ງນີ້ ມີການແຂ່ງຂັນມວຍນາໆຊາດ ຊິງແຊ້ມສະຫະພັນມວຍແຫ່ງອາຊີ ຫລື ABF ເພດຊາຍ ລຸ້ນນໍ້າໜັກ 135 ປອນ ຫລື ປະມານ 61 ກິໂລກຣາມ, ກຳນົດຊົກ 10 ຍົກ ລະຫວ່າງ ແກ້ວຟ້າ ຕ.ບົວມາດ ຈາກປະເທດໄທ ພົບກັບ ໂບອິໂຕ້ ຊີມານຈັນທັກ ຈາກປະເທດອິນໂດເນເຊຍ, ຜ່ານການແຂ່ງຂັນເປັນ ແກ້ວຟ້າ ຕ.ບົວມາດ ອອກໝັດໄດ້ດຸດັນ ແລະ ເຂົ້າເປົ້າກວ່າຊັດເຈນ ເອົາຊະນະນັອກ ໂບອິໂຕ້ ຊີມານຈັນທັກ ໃນຍົກທີ 2, ສ່ວນມວຍຮອບລຸ້ນ 64 ກິໂລກຣາມ ກຳນົດຊົກ 3 ຍົກ, ຄູ່ທີ 1 ສີຕຣັງ ຕໍ ບົວມາກ (ໄທ) ຊະນະນັອກ ພະລັງໃໝ່ ຂວັນໃຈສີໂຄດ ຍົກ 2, ຄູ່ 2 ກຸຫລາບຂາວ ສໍຈໍ ປ໋ຽກອຸໄທ (ໄທ) ຊະນະຄະແນນ ຫງວຽນ ສວນ ລອງ (ຫວຽດນາມ) ແລະ ຮອບຊິງຊະນະເລີດ ກຸຫລາບຂາວ ສໍຈໍ ປ໋ຽກອຸໄທ ຊະນະຄະແນນ ສີຕຣັງ ຕໍບົວມາກ.

ວິດີໂອຂ່າວ ບັນຍາກາດການແຂ່ງຂັນ:

ຂະນະທີ່ ມວຍມິດຕະພາບລາວ- ໄທ: ລຸ້ນ 65 ກິໂລກຣາມ ພັນລ້ານ Py Speed up (ໄທ) ຊະນະຄະແນນ ທ໋ອຟຟີ້ ຂວັນໃຈສີໂຄດ ຈາກລາວ; ລຸ້ນ 64 ກິໂລກຣາມ: ແສນຄົມ ສິດຄູສາມາດ (ໄທ) ສະເໝີກັບ ຄຳແສນ ຂວັນໃຈ ປາກເຊ ຈາກລາວ ແລະ ລຸ້ນ 58 ກິໂລກຣາມ
ສອງນະຄອນ ເບຍສະຫວັນຢີ້ມ (ໄທ) ຊະນະຄະແນນ ເພັດອາລຸນ ສິດຄູແຫລ້ (ລາວ).

Leave a Reply

Your email address will not be published. Required fields are marked *