CAF ປິດຮັບສະໜັກຊິງເຈົ້າພາບ Africa Cup of Nations 2025 ວັນທີ 11 ພະຈິກ 2022

ສະຫະພັນບານເຕະອາຟຣິກາ ຫລື CAF ປະກາດມື້ປິດຮັບສະໜັກການຊິງເຈົ້າພາບ ຈັດການແຂ່ງຂັນເຕະບານຊາຍ ຊິງແຊ້ມທະວີບອາຟຣິກາ ຫລື Africa Cup of Nations ຄັ້ງທີ 35 ໃນປີ 2025 ວັນທີ 11 ພະຈິກທີ່ຈະມາເຖິງນີ້. ປະຈຸບັນມີຫລາຍປະເທດສະເໜີຊິງສິດເປັນເຈົ້າພາບຄື: ໂມຮັອກໂຄ (ມາຣົກ) ເຊິ່ງເປັນເຈົ້າພາບມາແລ້ວໃນປີ 1988 ແລະ ຫາກໍເປັນເຈົ້າພາບ ເຕະບານຍິງ ຊິງແຊ້ມທະວີບອາຟຣິກາ ເມື່ອເດືອນກໍລະກົດຜ່ານມາ, ຕໍ່ມາແມ່ນປະເທດໄນຈີເຣຍ (ນິເຊຣີ) ແລະ ເບນິນ (ເບແນັງ) ສົນໃຈເປັນເຈົ້າພາບຮ່ວມກັນ ເຊິ່ງ ນິເຊຣີ ແມ່ນເຄີຍເປັນເຈົ້າພາບມາແລ້ວ 2 ຄັ້ງ ແຕ່ ເບແນັງ ຍັງບໍ່ເຄີຍເປັນເຈົ້າພາບ, ນອກຈາກນີ້ ກໍມີປະເທດເອວຈີເຣຍ (ອານເຊຣີ), ອາຟຣິກາໃຕ້ ແລະ ເຊເນການ ເຊິ່ງທັງສາມທີມແມ່ນເຄີຍເປັນເຈົ້າພາບມາແລ້ວ.

ຂະນະທີ່ ສາທາລະນະລັດກີນີ ທີ່ສະເໝີຊິງສິດເປັນເຈົ້າພາບກ່ອນໜ້ານີ້ ໄດ້ຖອນຕົວໄປ ເນື່ອງຈາກພື້ນຖານໂຄງລ່າງ ສະໜາມແຂ່ງຂັນ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ ຍັງບໍ່ພ້ອມ, ສ່ວນເຈົ້າພາບຄັ້ງທີ 34 ໃນປີ 2023 ແມ່ນປະເທດໄອໂວຣີໂຄ໊ດ (ກົດດີວົວ).

ການແຂ່ງຂັນເຕະບານຊາຍ ຊິງແຊ້ມທະວີບອາຟຣິກາ ຫລື Africa Cup of Nations ມີມາແຕ່ປີ 1957 ຈັດຂຶ້ນສອງປີມີເທື່ອໜຶ່ງ ທີມທີ່ເປັນເຈົ້າພາບຫລາຍສຸດແມ່ນ ເອຢິບ ແລະ ການ້າ ລວມ 4 ຄັ້ງ. ສ່ວນທີມທີ່ເປັນແຊ້ມຫລາຍສຸດແມ່ນ ເອຢິບ ລວມ 7 ສະໄໝ, ຮອງລົງມາ ກາເມີຣູນ 5 ສະໄໝ, ການ້າ 4 ສະໄໝ ແລະ ທີມທີ່ເປັນແຊ້ມຄັ້ງຫລ້າສຸດ 2021 ແມ່ນ ເຊເນການ ຊະນະດວນຈຸດໂທດ ເອຢິບ 4–2 ພາຍຫລັງເວລາປົກກະຕິ ແລະ ການຕໍ່ເວລາພິເສດສະເໝີກັນ 0–0 ສ້າງປະຫວັດສາດໄດ້ແຊ້ມຄັ້ງທຳອິດ.

Photo: TotalEnergies Africa Cup of Nations

Leave a Reply

Your email address will not be published. Required fields are marked *