ການແຂ່ງຂັນເຕະບານ Spanish Super Cup (Supercopa de España) ຫລື ຊຸບເປີຄັບ ຂອງສະເປນ (ແອັສປາຍ) ຄັ້ງທີ 39 ລະດູການ 2022-23 ໄປຈັດຢູ່ປະເທດ ຊາອຸດິ ອາຣາເບຍ ເປັນຄັ້ງທີ 3 ຕໍ່ຈາກລະດູການຜ່ານມາ, ເຊິ່ງຄັ້ງນີ້ ຈະຈັດຢູ່ສະໜາມເກົ່າເໝືອນກັບຂຶ້ນລະດູການຜ່ານມາ King Fahd International Stadium ໃນນະຄອນຫລວງຣິຢ໊າດ ເຊິ່ງສາມາດບັນຈຸຜູ້ຊົມໄດ້ 68,000 ກວ່າຄົນ ຈະແຂ່ງຂັນໃນລະຫວ່າງວັນທີ 11–15 ມັງກອນ 2023 ໂດຍມີ 4 ທີມຮ່ວມຊິງໄຊຄື: ຣຽວ ມາດຣິດ ແຊ້ມເກົ່າ ໄດ້ສິດເຂົ້າແຂ່ງຂັນໃນຖານະແຊ້ມ ລາລີກ້າ ລະດູການຜ່ານມາ, ບາຣເຊໂລນ້າ ຮອງແຊ້ມ ລາລີກ້າ ລະດູການຜ່ານມາ, ຣຽວ ເບຕິສ ແຊ້ມ ໂຄປ້າ ເດວເຣ ລະດູການຜ່ານມາ ແລະ ບາເລັນເຊຍ ຮອງແຊ້ມ ໂຄປ້າ ເດວເຣ ລະດູການຜ່ານມາ.
ຮູບແບບການແຂ່ງຂັນ ໄຂ່ວພົບກັນຮອບ 4 ທີມຄື: ຣຽວ ມາດຣິດ ພົບ ບາເລັນເຊຍ, ບາຣເຊໂລນ້າ ພົບ ຣຽວ ເບຕິສ. ຮອບ 4 ທີມ ແຂ່ງວັນທີ 11 ແລະ 12 ມັງກອນ 2023, ຮອບຊິງຈະແຂ່ງຂັນວັນທີ 15 ມັງກອນ 2023 ບໍ່ມີຊິງທີສາມ. ສຳລັບຮອບຊິງຄັ້ງຜ່ານມາ ຣຽວ ມາດຣິດ ຊະນະ ແອັດເລຕິກ ບິວເບົາ 2-0 ຄວ້າແຊ້ມສະໄໝທີ 12.