ທີມຍິງ ອາຣເຊນໍລ ຟອມຍັງດີຕໍ່ເນື່ອງ ຄວ້າໄຊ 6 ນັດລວດໃນລະດູການນີ້

ເຕະບານທີມຍິງຂອງ ປືນໃຫຍ່ ອາຣເຊນໍລ ຍັງຟອມດີຟອມເດັ່ນຕໍ່ເນື່ອງ ຫລ້າສຸດເປີດບ້ານເອົາຊະນະ ຊູຣິກ ຈາກສະວິດເຊີແລນ 3-1 ເກມແຊ້ມປ້ຽນລີກ ເພດຍິງ ນັດທີ 2 ຂອງກຸ່ມ C ຄືນວັນທີ 27 ຕຸລາຜ່ານມາ ຄວ້າໄຊ 2 ນັດລວດໃນກຸ່ມນີ້, ໃນຂະນະທີ່ ຜົນງານຢູ່ລີກສູງສຸດເພດຍິງຂອງອັງກິດ Women’s Super League ລະດູການນີ້ ລົງແຂ່ງ 4 ນັດທຳອິດ ກໍຊະນະລວດ ເປັນທີມນຳຮ່ວມກັບ ແມນເຊັສເຕີ ຢູໄນເຕັດ.

ເມື່ອລວມກັບລະດູການຜ່ານມາ ທີມຍິງຂອງ ອາຣເຊນໍລ ບໍ່ເສຍ 12 ນັດຫລັງສຸດ. ລະດູການນີ້ ລວມທຸກລາຍການກໍຍັງບໍາເສຍ 8 ນັດ ຊະນະ 7 ສະເໝີ 1 ນັດຕໍ່ໄປ ຈະລົງຫລິ້ນເກມລີກ ເປີດບ້ານພົບກັບ ເວັສແຮມ ຄືນວັນທີ 30 ຕຸລານີ້.

ສຳລັບ ທີມຍິງຂອງ ອາຣເຊນໍລ ສ້າງຂຶ້ນໃນປີ 1987 ໄດ້ແຊ້ມທຸກລາຍການໃນອັງກິດຫລາຍກວ່າທຸກທີມເຊັ່ນ: ລີກສູງສຸດ 15 ສະໄໝ, ເອຟເອຄັບ 14 ສະໄໝ, ລີກຄັບ 5 ສະໄໝ FA Women’s National League Cup 10 ສະໄໝ ແລະ FA Women’s Community Shield 5 ສະໄໝ.

Photo: Arsenal Women

Leave a Reply

Your email address will not be published. Required fields are marked *