ເຈີເກັນ ຄັອບ ຜູ້ຈັດການທີມ ຊາວເຢຍລະມັນຂອງ ຫົງແດງ ລີເວີພູລ ຖືກສະມາຄົມບານເຕະອັງກິດ ຫລື ເອຟເອ ປັບໄໝ 30,000 ປອນ ຈາກກໍລະນີສະແດງພຶດຕິດກຳບໍ່ເໝາະສົມໃສ່ຜູ້ຊ່ວຍຜູ້ຕັດສິນໃນເກມ ພຣີເມ່ຍລີກ ນັດທີ່ ລີເວີພູລ ເປີດບ້ານເອົາຊະນະ ແມນເຊັສເຕີ ຊິຕີ້ 1-0 ໃນວັນທີ 16 ຕຸລາຜ່ານມາ.
ເຊິ່ງ ຄັອບ ບໍ່ພໍໃຈທີ່ຜູ້ຊ່ວຍຕັດສິນ ທີ່ບໍ່ຍອມຍົກທຸງໃຫ້ບານໄໝແກ່ ໂມຮາເໝັດ ຊາລ້າ ກອງໜ້າຂອງທີມ ຈາກຈັງຫວະທີ່ຖືກ ແບນາໂດ້ ຊິວວາ ປີກຂອງທັບເຮືອໃບ ເຮັດຟາວ ຈຶ່ງທັກທ້ວງກຳມະການດ້ວຍອາລົມຮ້ອນ ເຮັດໃຫ້ໄດ້ຮັບບັດແດງໃນນັດນີ້ ຈາກຜູ້ຕັດສິນ ແອນໂທນີ້ ເທເລີ ແຕ່ ເຈີເກັນ ຄັອບ ໂຊກດີ ບໍ່ຖືກສັ່ງຫ້າມຄຸມທີມ ໃນທ້າຍອາທິດນີ້ທີ່ ລີເວີພູລ ຈະເປີດບ້ານພົບກັບ ລີດ ຢູໄນເຕັດ ຄືນວັນທີ 29 ຕຸລານີ້.
Photo: Liverpool FC