ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າ ຄອນເຟີເຣນລີກ ລະດູການ 2022-23 ຮອບແບ່ງກຸ່ມ ນັດທີ 5 ເມື່ອຄືນວັນທີ 27 ຕຸລາຜ່ານມາ, ກຸ່ມ B ເວັສແຮມ ຢູໄນເຕັດ ຈາກອັງກິດ ເປີດບ້ານຊະນະ ຊິວເກີບອກ ຈາກເດັນມາກ 1-0 ຈາກການສັງຫານຈຸດໂທດຂອງ ມານູເອວ ລານຊີນີ້ ນາທີ 24‘.
ຂະນະທີ່ ອັນເດີເລດ ຈາກແບນຊິກ ສະເໝີກັບ ສະເຕອົວ ບູຄູເຣັສ ຈາກຣູມານີ້ 2-2. ຜ່ານໄປ 5 ນັດທຸກທີມ ເວັສແຮມ ມີ 15 ຄະແນນເຕັມ ເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ຊິວເກີບອກ ມີ 6 ຄະແນນ, ອັນເດີເລດ 5 ຄະແນນ ລຸ້ນເຂົ້າຮອບນັດສຸດທ້າຍ ສ່ວນ ສະເຕອົວ ບູຄູເຣັສ ມີ 2 ຄະແນນຕົກຮອບ. ນັດຕໍ່ໄປ ຈະແຂ່ງຂັນໃນວັນທີ 3 ພະຈິກນີ້.
Photo: UEFA Europa League