ການແຂ່ງຂັນເຕະບານ ຢູຟ້າ ຢູໂຣປ້າລີກ ລະດູການ 2022-23 ຮອບແບ່ງກຸ່ມ ນັດທີ 5 ເມື່ອຄືນວັນທີ 27 ຕຸລາຜ່ານມາ, ກຸ່ມ E ແມນເຊັສເຕີ ຢູໄນເຕັດ ເປີດບ້ານໄລ່ຕ້ອນເອົາຊະນະ ເຊຣິຟ ແຊ້ມລີກສູງສຸດຂອງ ມອນໂດວ້າ 3-0 ຈາກປະຕູຂອງ ເດໂກ້ ດາໂລ້ ນາທີ 44′ ມາຄັສ ຣາຊຟອດ ນາທີ 65′ ແລະ ຄຣິສເຕຍໂນ້ ໂຣນາວໂດ້ ນາທີ 81′.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ຣຽວ ໂຊເຊຍແດັດ ບຸກຊະນະ ໂອໂມເນຍ ນິໂຄເຊຍ 2-0, ຜ່ານໄປ 5 ນັດທຸກທີມ ຣຽວ ໂຊເຊຍແດັດ ມີ 15 ຄະແນນເຕັມ, ແມນຢູ 12 ຄະແນນ ທັງສອງທີມລຸ້ນຊິງອັນດັບທີໜຶ່ງໃນນັດສຸດທ້າຍ ຊຶ່ງແມນຢູ ຕ້ອງການຊະນະ ຣຽວ ໂຊເຊຍແດັດ ຢ່າງຕໍ່າສອງໜ່ວຍ ຂະນະທີ່ ຣຽວ ໂຊເຊຍແດັດ ຂໍພຽງສະເໝີ ຫລື ເສຍບໍ່ກາຍໜຶ່ງປະຕູ, ຂະນະທີ່ ເຊຣິຟ ມີ 3 ຄະແນນ ແລະ ໂອໂມເນຍ ຍັງບໍ່ມີຄະແນນ ລຸ້ນຊິງທີສາມໃນນັດສຸດທ້າຍ ເພື່ອໄປຫລິ້ນ ຄອນເຟີເຣນລີກ, ໂດຍນັດສຸດທ້າຍຈະແຂ່ງຂັນວັນທີ 3 ພະຈິກນີ້.
ສ່ວນ ກຸ່ມ A ອາຣເຊນໍລ ພາດທ່າບຸກເສຍ ພີເອັສວີ ໄອໂຮເຟັນ 0-2 ເຈົ້າບ້ານໄດ້ປະຕູຈາກ ໂຈອີ້ ເວຍແມ້ນ ນາທີ 55′ ແລະ ລຸກ ເດຢອງ ນາທີ 63′ ສ່ວນ ຊູຣິກ ເປີດບ້ານຊະນະ ໂບໂດ້ກິມ 2-1 ຜ່ານໄປ 5 ນັດ ອາຣເຊນໍລ ເປັນທີມນຳ ມີ 12 ຄະແນນ, ພີເອັສວີ 3 ມີ 10 ຄະແນນ, ນັດສຸດທ້າຍທັງສອງທີມຊິງທີໜຶ່ງຂອງກຸ່ມ.
ຂະນະທີ່ ໂບໂດ້ກິມ ມີ 4 ຄະແນນ ແລະ ຊູຣິກ ມີ 3 ຄະແນນ, ລຸ້ນຊິງທີສາມຂອງກຸ່ມ ໃນນັດສຸດທ້າຍ ເພື່ອໄປຫລິ້ນ ຄອນເຟີເຣນລີກ, ນັດສຸດທ້າຍ ອາຣເຊນໍລ ພົບ ຊູຣິກ ແລະ ໂບໂດ້ກິມ ພົບ ພີເອັສວີ ວັນທີ 3 ພະຈິກນີ້.
Photo: UEFA Europa League