ຍິງປືນ ນະຄອນຫຼວງວຽງຈັນ ຫວັງ 2 ຫລຽນຄຳ ງານຊຽງຂວາງເກມ!

ທ່ານ ພຸດທະສັກ ສຸກອາລຸນ ປະທານສະຫະພັນຍິງປືນ ນະຄອນຫຼວງວຽງຈັນ ໃຫ້ສຳພາດວ່າ: ນັກກິລາຍິງປືນ ນວ ປີນີ້ ສາມາດຄັດເລືອກໄດ້ທັງໝົດ 16 ຄົນ, ຍິງ 8 ຄົນ ແລະ ຊາຍ 8 ຄົນ ໃນນັ້ນ ມີທັງນັກກິລາເກົ່າ ແລະ ໃໝ່ ປະສົມປະສານກັນ ຊຶ່ງໄດ້ເລີ່ມຝຶກຊ້ອມມາແຕ່ກາງເດືອນກັນຍາຜ່ານມາ ມາຮອດປັດຈຸບັນນີ້ ນັກກິລາມີຄວາມພ້ອມພໍສົມຄວນ ແຕ່ສິ່ງທີ່ຫຍຸ້ງຍາກແມ່ນຂາດງົບປະມານໃນການຝຶກຊ້ອມໃຫ້ແກ່ຄູຝຶກ ແລະ ນັກກິລາ ແຕ່ໃນເບື້ອງຕົ້ນນຳໃຊ້ງົບປະມານຂອງສະຫະພັນໄປກ່ອນຈຳນວນໜຶ່ງ. ແນວໃດກໍດີ, ສຳລັບການຝຶກຊ້ອມຂອງນັກກິລາມີທັງໝົດ 2 ພາກຄື: ພາກເຊົ້າ ເລີ່ມຝຶກແອບຕັ້ງແຕ່ເວລາ 9 ໂມງ ຫາ 11:30 ໂມງ ແລະ ພາກບ່າຍ ແມ່ນເລີ່ມແຕ່ 13:30 ຫາ 16:00 ໂມງ ເປົ້າໝາຍຫຼັກທີ່ຕັ້ງໄວ້ຫວັງ 2 ຫລຽນຄຳ ປະເພດປືນອັດລົມເປົ້າເລື່ອນ ສະນັ້ນ ເພື່ອຮັບປະກັນໃນການສ້າງຜົນງານທີ່ກຳນົດໄວ້ ພວກເຮົາໄດ້ນຳໃຊ້ຄູຝຶກຂອງສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ກໍຄື ອາຈານ ໄຊຍະ ສີສານ ເປັນຜູ້ຕິດຕາມຝຶກສອນໃຫ້ຢູ່ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ຮ່ວມກັບນັກກິລາຂອງກະຊວງປ້ອງກັນຄວາມສະຫງົບ ຊຶ່ງເປັນສະໜາມທີ່ຈະຮອງຮັບເຂົ້າໃນການຈັດແຂ່ງຂັນຍິງປືນ ງານກິລາ ຊຽງຂວາງ ເກມ ຈະຈັດຂຶ້ນ ໃນຕົ້ນເດືອນພະຈິກນີ້.

ການແຂ່ງຂັນຍິງປືນ ຊຽງຂວາງ ເກມ ປີນີ້ ມີການຊີງໄຊທັງໝົດ 34 ຫຼຽນຄຳ ການແຂ່ງຂັນແມ່ນໄດ້ແບ່ງອອກເປັນ 3 ໄລຍະ ກໍຄື ໄລຍະທຳອິດ ປືນສັ້ນອັດລົມ ແລະ ປືນຍາວອັດລົມ, ປືນຍາວທ່ານອນ, ປືນຍາວ 3 ທ່າ ແລະ ປືນສັ້ນຍິງຊ້າ ທັງປະເພດຍິງ ແລະ ຊາຍ ແມ່ນຈະເລີ່ມແຂ່ງຂັນໃນລະຫວ່າງວັນທີ 14-22 ພະຈິກ 2022 ທີ່ສະໜາມຝຶກຊ້ອມກິລາຍິງປືນ 5 ເມສາ ສ່ວນໄລຍະທີ 2 ແມ່ນຈະແຂ່ງຂັນປືນຍາວເປົ້າເລື່ອນ ຫຼື Running Target ທັງຍິງ ແລະ ຊາຍ ເລີ່ມລະຫວ່າງວັນທີ 24-29 ພະຈິກ 2022 ແລະ ໄລຍະສຸດທ້າຍ ແມ່ນຈະແຂ່ງຂັນປືນສັ້ນ 15 ແມັດ ຍິງ-ຊາຍ ແລະ ປືນສັ້ນ 25 ແມັດ ຍິງ-ຊາຍ ຈະແຂ່ງຂັນທີ່ສະໜາມກິລາຍິງປືນແຂວງຊຽງຂວາງ ເລີ່ມລະຫວ່າງວັນທີ 14-15 ທັນວາ 2022.

ຂ່າວ ແລະ ພາບ: ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *