ພຸດສະຫວັນ ເຈົ້າຂອງຫລຽນທອງ ຊີເກມ ຄັ້ງທີ 31 ຄອງແຊ້ມ ເພາະກາຍ ຮຸ່ນນໍ້າໜັກ 75 ກິໂລ ຊີງແຊ້ມປະເທດລາວ 2022

ທ້າວ ພຸດສະຫວັນ ສີຊົມພູ (ນູ) ນັກກິລາເພາະກາຍທີມຊາດລາວ ຜູ້ສ້າງປະຫວັດສາດຄວ້າຫຼຽນທອງທຳອິດໃຫ້ເພາະກາຍລາວ ໃນງານກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ສາມາດຄອງແຊ້ມ ການແຂ່ງຂັນກິລາເພາະກາຍຊີງແຊ້ມປະເທດລາວ ຊີງຂັນທ່ານລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ປະຈໍາປີ 2022 ຮຸ່ນນໍ້າໜັກ 75 ກິໂລ ໄປຄອງຕາມຄາດໝາຍ.

ການແຂ່ງຂັນກິລາເພາະກາຍຊີງແຊ້ມປະເທດລາວ ພາຍໃຕ້ຫົວຂໍ້ (ຊາຍ ແລະ ຍິງ ຫຸ່ນງາມລາວ 2022) ຫຼື Mr and Ms Fitness Lao 2022 ຊີງຂັນທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຄັ້ງນີ້ ຈັດຂຶ້ນວັນທີ 21-23 ຕຸລາຜ່ານມາ ທີ່ສູນຄ້າວຽງຈັນ ເຊັນເຕີ ນະຄອນຫລວງວຽງຈັນ ຊີງເງິນລາງວັນລວມ 70 ລ້ານກີບ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ຮສ.ປອ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ແລະ ທ່ານ ປອ. ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ປະທານສະຫະພັນເພາະກາຍແຫ່ງຊາດລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ຜູ້ໃຫ້ການສະໜັບສະໜູນ, ຄູຝຶກ, ນັກກິລາ ແລະ ມວນຊົນເຂົ້າຮ່ວມຢ່າງຟົດຟື້ນ.

ການແຂ່ງຂັນຄັ້ງນີ້ ຈັດຂຶ້ນເພື່ອເປັນການສ້າງ ແລະ ພັດທະນານັກກິລາເພາະກາຍລາວຢ່າງຕໍ່ເນື່ອງ ພ້ອມທັງເປັນການຄັດເລືອກນັກກິລາດີເດັ່ນກຽມສົ່ງເຂົ້າຮ່ວມແຂ່ງຂັນເພາະກາຍຊີງແຊ້ມໂລກ ທີ່ປະເທດໄທ ລະຫວ່າງວັນທີ 6-12 ທັນວາ 2022 ແລະ ເຂົ້າຮ່ວມໃນງານກິລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນກາງປີ 2023.

ຄັ້ງນີ້ ມີການຊີງໄຊ 8 ລາຍການ ແບ່ງອອກເປັນ 2 ໝວດ ຄື: ໝວດອອກກໍາລັງກາຍ ແຂ່ງຂັນກັນ (The Stronger Athlete of lao 2022) ແລະ ໝວດແຂ່ງຂັນເພາະກາຍຊີງແຊ້ມປະເທດລາວ ຊຶ່ງມີນັກກິລາມາຈາກ ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ, ແຂວງຈຳປາສັກ ແລະ ບັນດາສະໂມສອນ ອ້ອມຂ້າງສູນກາງເຂົ້າຮ່ວມ.​

ຜ່ານການແຂ່ງຂັນຜົນປະກົດວ່າ: ໃນຮຸ່ນນໍ້າໜັກ 75 ກິໂລກຼາມ ທ້າວ ພຸດສະຫວັນ ສີຊົມພູ ຈາກວຽງຈັນ ຟິດເນັດ ຄອງແຊ້ມລາຍການນີ້ໄປຄອງ, ສ່ວນ ຮຸ່ນນໍ້າໜັກ 76 ກິໂລກຼາມ ແຊ້ມເປັນຂອງ ທ້າວ ພູມີ ສະຫວັດດີ ຈາກສະໂມສອນ ອີເອັດອີ ແຂວງຈຳປາສັກ, ຮຸ່ນນໍ້າໜັກ 70 ກິໂລກຼາມ ຊະນະເລີດ ທ້າວ ດວງວັງ ຫຼວງລາລິນ ຈາກ ສະໂມສອນ ດັບເບີນຢູ ຟິດເນັດ, ຊະນະເລີດຊາຍຫຸ່ນງາມ ຄວາມສູງບໍ່ເກີນ 170 ຊັງຕິແມັດ ເປັນຂອງ ທ້າວ ຂາວພອນ ພອນປະເສີດ ຈາກສະໂມສອນ Spunk Team By Sengvixay ຢີ້ມ.

ຊະນະເລີດຊາຍຫຸ່ນງາມ ຄວາມສູງບໍ່ເກີນ 171 ຊັງຕິແມັດ ເປັນຂອງ ທ້າວ ພຸດທະສອນ ຈັນທະລາສີ ຈາກສະໂມສອນ Spunk Team, ຊະນະເລີດຍິງຫຸ່ນງາມ ເປັນຂອງນາງ ຈິນດາ ຄຳບຸນເຮືອງ ຈາກສະໂມສອນ Spunk Team By Sengvixay ຢີ້ມ, ຊະນະເລີດ ຜູ້ຍິງທີ່ແຂງແຮງທີ່ສຸດ ເປັນຂອງ ນາງ ສີລິນາ ພະອະໄພ ນັກກິລາແລ່ນ-ລານທີມຊາດ ແລະ ຊະນະເລີດ ຜູ້ຊາຍທີ່ແຂງແຮງທີ່ສຸດ ເປັນຂອງ ທ້າວ ເຄຊີ ອາລອນ ນັກກິລາຊາວສະຫະລັດອາເມລິກາ.

ລາຍການນີ້ ໄດ້ຮັບການສະໜັບສະໜູນຫຼັກຈາກບໍລິສັດ ວຽງຈັນ ຟິດເນັດ ຈໍາກັດ ໄດ້ມອບເງິນສະໜັບສະໜູນເຂົ້າໃນການຈັດການແຂ່ງຂັນລວມມູນຄ່າ 636.000.000 ກີບ (ແບ່ງເປັນເງິນສົດ 100 ລ້ານກີບ ແລະ ມູນຄ່າສື່ໂຄສະນາ+ຜະລິດຕະພັນລວມມູນຄ່າ 536.000.000 ກີບ ) ສ່ວນ ສູນການຄ້າ ວຽງຈັນ ເຊັນເຕີ ສະໜັບສະໜູນສະຖານທີ່ລວມມູນຄ່າ 406.800.000 ກີບ ແລະ ພາກສ່ວນອື່ນໆ.

ຂ່າວ ແລະ ພາບ: ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *