ປະກາດແຕ່ງຕັ້ງຄະນະບໍລິຫານງານ ກິລາປັນຈັກສີລັດ-ວູຊູ ນະຄອນຫຼວງວຽງຈັນ ຊຸດໃໝ່ ກຽມຮ່ວມ ຊຽງຂວາງເກມ 2022

ເມື່ອບໍ່ດົນມານີ້ ໄດ້ມີການປະກາດແຕ່ງຕັ້ງຄະນະບໍລິຫານງານ ກິລາປັນຈັກສີລັດ-ວູຊູ ນະຄອນຫຼວງວຽງຈັນ ຊຸດໃໝ່ ກຽມຮ່ວມ ກິລາແຫ່ງຊາດຄັ້ງທີ 11 ຫລື ຊຽງຂວາງເກມ ໂດຍແຕ່ງຕັ້ງ ທ່ານ ວັດທະນະໄຊ ລາດສະວົງສິງ ເຈົ້າຂອງສວນອາຫານມັງກອນທອງ ເປັນປະທານສະຫະພັນຜູ້ໃໝ່ ແລະ ທ່ານ ວັນໄຊ ອຸດົມຜົນ ຮອງຜູ້ອຳນວຍການສູນຝຶກກິລາແຫ່ງຊາດ ສະຖາບັນກິລາ-ກາຍະກຳ ເປັນຮອງປະທານສະຫະພັນ ເພື່ອກຽມຄວາມພ້ອມນຳພາທັບນັກກິລາປັນຈັກສີລັດ ແລະ ວູຊູ ນະຄອນຫຼວງ ເຂົ້າຮ່ວມຊິງໄຊໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ໃນທ້າຍປີນີ້.

ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ການປະກາດແຕ່ງຕັ້ງຄະນະບໍລິຫານງານຊຸດໃໝ່ຄັ້ງນີ້ ໂດຍ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ, ທ່ານ ສີທົນ ດາວພະສິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ພາກສ່ວນທີ່ກ່ຽວຂ້ອງ, ຄູຝຶກ ແລະ ນັກກິລາ.

ສຳລັບຂໍ້ຕົກລົງໃນຊຸດນີ້ ປະກອບມີທັງໝົດ 8 ທ່ານ, ໃນນັ້ນ ໄດ້ແຕ່ງຕັ້ງ ທ່ານ ວັດທະນະໄຊ ລາດສະວົງສິງ ເຈົ້າຂອງສວນອາຫານມັງກອນທອງ ເປັນປະທານສະຫະພັນ ແລະ ທ່ານ ວັນໄຊ ອຸດົມຜົນ ຮອງຜູ້ອຳນວຍການສູນຝຶກກິລາແຫ່ງຊາດ ສະຖາບັນກິລາ-ກາຍະກຳ ເປັນຮອງປະທານສະຫະພັນ, ສ່ວນ ທ່ານ ຈາຕຸລົມ ເປັນເລຂາທິການ ແລະ ທ່ານ ເພັດສະໝອນ ໄຊຍະວົງ ເປັນຮອງເລຂາທິການ ນອກນັ້ນ ກໍຍັງມີຄະນະອີກ 4 ທ່ານ.

ສ່ວນພາລະບົດບາດຂອງຄະນະບໍລິຫານງານຊຸດໃໝ່ໃນຄັ້ງນີ້ ແມ່ນໄດ້ພ້ອມກັນຄົ້ນຄວ້າໂຄງປະກອບກົງຈັກການຈັດຕັ້ງ ແລະ ຈັດວາງອຸປະກອນໃຫ້ສອດຄ່ອງກັບລະບົບບໍລິຫານການບັນຊາ ແລະ ການຄຸ້ມຄອງຢູ່ໃນແຕ່ລະຂັ້ນ ພ້ອມທັງສະຫຼຸບ ແລະ ລາຍງານການເຄື່ອນໄຫວຂອງຄະນະ ໃຫ້ພະແນກສຶກສາທິການ ແລະ ກິລາ ແລະ ການນຳນະຄອນຫຼວງຊາບຢ່າງເປັນປົກກະຕິ ພ້ອມກັນຕັ້ງໜ້າເຂົ້າໃນການຄັດເລືອກ, ຝຶກແອບຝຶກຊ້ອມ ທົດສອບນັກກິລາ ເພື່ອກະກຽມເຂົ້າຮ່ວມແຂ່ງຂັນທັງລະດັບພາຍໃນ ແລະ ຕ່າງປະເທດ, ປຸກລະດົມຂົນຂວາຍ ເພື່ອຊອກຫາແຫຼ່ງທຶນເຂົ້າໃນການຊຸກຍູ້ ແລະ ເຄື່ອໄຫວວຽກງານກິລາ-ກາຍະກຳຂອງຄະນະ, ເປັນໃຈກາງສົມທົບກັບພະແນກສຶກສາທິການ ແລະ ກິລາ ນວໃນການຊຸກຍູ້ສົ່ງເສີມ ແລະ ຈັດຝຶກອົບຮົມການຫຼິ້ນກິລາປະເພດວູຊູ ແລະ ປັນຈັກສີລັດ ເພື່ອເສີມສ້າງບຸກຄະລາກອນ ແລະ ພັດທະນາທັກສະຂອງນັກກິລາປະເພດນີ້ໃນທົ່ວນະຄອນຫຼວງ ນອກນັ້ນ ກໍພ້ອມກັນຕິດຕາມກວດກາບັນດາສະໂມສອນ ຫົວໜ່ວຍ, ທີມກິລາຕ່າງໆໃຫ້ຖືກຕ້ອງຕາມກະຕິກາ ແລະ ກົດໝາຍວ່າດ້ວຍກິລາ-ກາຍະກຳແຫ່ງສປປ ລາວ ແລະ ເປັນເສນາທິການໂດຍກົງທາງດ້ານກິລາ ມວຍວູຊູ-ປັນຈັກສີລັດ ໃຫ້ແກ່ພະແນກສຶກສາທິການ ແລະ ກິລາ ນວ ຢ່າງມີໝາກຜົນສຳເລັດຕາມເປົ້າໝາຍທີ່ວາງໄວ້.

ໃນໂອກາດດັ່ງກ່າວ, ທ່ານ ວັດທະນະໄຊ ລາດສະວົງສິງ ກໍຍັງໄດ້ກ່າວສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄະນະນຳ ນະຄອນຫຼວງ ກໍຄື ເຈົ້າຄອງ-ຮອງເຈົ້າຄອງ ທີ່ໄດ້ໃຫ້ຄວາມໄວ້ເນື້ອເຊື່ອໃຈໃຫ້ຕົນເອງ ພ້ອມຄະນະຮັບພາລະໜ້າທີ່ບົດບາດໃໝ່ຢ່າງສົມກຽດ ສະນັ້ນ ເພື່ອເຮັດໃຫ້ຄະນະພັກ-ຄະນະນຳ ນະຄອນຫຼວງ ກໍຄື ພໍ່ແມ່ປະຊາຊົນຊາວນະຄອນຫຼວງ ບໍ່ຜິດຫວັງ ພວກເຮົາຄະນະບໍລິຫານງານຊຸດໃໝ່ ຈະພ້ອມກັນເພີ່ມທະວີຄວາມເອົາໃຈໃສ່ຢ່າງຕັ້ງໜ້າປະກອບສ່ວນນຳພາທັບນັກກິລາ ນະຄອນຫຼວງ ສອງປະເພດກິລາດັ່ງກ່າວເຄື່ອນໄຫວເກັບຕົວຝຶກແອບຝຶກຊ້ອມ ແລະ ທົດສອບຄວາມສາມາດຢ່າງຕໍ່ເນື່ອງ ເພື່ອເຂົ້າຮ່ວມສ້າງຜົນງານຍາດໄດ້ຫຼຽນຄຳ ຕາມເປົ້າໝາຍທີ່ວາງໄວ້.

ຂະນະທີ່ ທ່ານ ວັນໄຊ ອຸດົມຜົນ ກໍໄດ້ກ່າວສະແດງຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຮັບໜ້າທີ່ໃໝ່ ສະນັ້ນ ເພື່ອເຮັດໃຫ້ການເຂົ້າຮ່ວມ ຊຽງຂວາງ ເກມ ເປັນໄປຕາມເປົ້າໝາຍທີ່ວາງໄວ້ ທາງສະຫະພັນຂອງພວກເຮົາຈຶ່ງໄດ້ວາງແຜນການເຂົ້າຮ່ວມແຂ່ງຂັນໃນງານດັ່ງກ່າວຢ່າງຮອບດ້ານ ໂດຍສະເພາະສາມາດຄັດເລືອກເອົານັກກິລາທັງ 2 ປະເພດ ເປັນຕົ້ນ ປັນຈັກຊີລັດ ຄັດເລືອກໄດ້ 9 ຄົນ (ຍິງ 3 ຄົນ) ໂດຍຄາດໝາຍບໍ່ໃຫ້ຫຼຸດ 2 ຫຼຽນຄໍາ ສ່ວນກິລາ ວູຊູ ສາມາດຄັດເລືອກໄດ້ປະເພດຕໍ່ສູ້ໄດ້ 6 ຮຸ່ນຊາຍທັງໝົດ ຄາດໝາຍບໍ່ໃຫ້ຫຼຸດ 2 ຫຼຽນຄໍາເຊັ່ນກັນ.

ຂ່າວ ແລະ ພາບ: ສົງການ ພັນແພງດີ

Leave a Reply

Your email address will not be published. Required fields are marked *