ເບັນຟີກ້າ ແຊ້ມເກົ່າ ຖືກ ຢູເວັນຕຸສ ແຊງຊະນະ 3-2 ຕົກຮອບແບ່ງກຸ່ມ UEFA Youth League 2022-23

ການແຂ່ງຂັນເຕະບານ UEFA Youth League ຮຸ່ນອາຍຸບໍ່ເກີນ 19 ປີ ລະດູການ 2022-23 ເບັນຟີກ້າ ແຊ້ມເກົ່າ ຖືກ ຢູເວັນຕຸສ ແຊງຊະນະ 3-2 ນຳກ່ອນສອງໜ່ວຍໃນເຄິ່ງເວລາທີໜຶ່ງ ແຕ່ເຄິ່ງຫລັງຖືກຍິງແຊງສາມປະຕູ ຕົກຮອບແບ່ງກຸ່ມຮຽບຮ້ອຍ ແຂ່ງ 5 ນັດໃນກຸ່ມ H ມີພຽງ 4 ຄະແນນ ຕາມຫລັງ ປາຣີ ແຊັງແຊກແມັງ ທີໜຶ່ງຂອງກຸ່ມ 8 ຄະແນນ ແລະ ຕາມຫລັງ ຢູເວັນຕຸສ ທີສອງຂອງກຸ່ມ 6 ຄະແນນ ເຫລືອການແຂ່ງຂັນພຽງນັດດຽວ.

ຂະນະນີ້ ໄດ້ແລ້ວ 3 ທີມ ເຂົ້າຮອບ 16 ທີມສຸດທ້າຍຄື: ບາຣເຊໂລນ້າ, ຣຽວ ມາດຣິດ ແລະ ແມນເຊັສເຕີ ຊິຕີ້, ສ່ວນ 2 ທີມທີ່ໄດ້ເຂົ້າຮອບເພອັອຟ ເພື່ອຄັດເຂົ້າຮອບ 16 ທີມ ມີ: ອິນເຕີ ມິລານ ແລະ ຊັກຕ້າ ໂດເນັດ, ພ້ອມກັບອີກ 9 ທີມ ທີ່ຜ່ານຮອບແບ່ງກຸ່ມແນ່ນອນ ພຽງແຕ່ໄປລຸ້ນຜົນນັດສຸດທ້າຍ ຈະໄດ້ເປັນທີໜຶ່ງ ຫລື ທີສອງຂອງກຸ່ມ ປະກອບມີ: ລີເວີພູລ, ອາແຈັກ, ແອັດມາດຣິດ, ປໍຣໂຕ້, ສະປອດຕິ້ງ, ໄອແທັກ ແຟັງເຟີດ, ປາຣີ ແຊັງແຊກແມັງ, ຢູເວັນຕຸສ ແລະ ເອຊີ ມິລານ, ຮອບແບ່ງກຸ່ມນັດສຸດທ້າຍ ຈະແຂ່ງຂັນວັນທີ 1 ແລະ ວັນທີ 2 ພະຈິກນີ້.

Leave a Reply

Your email address will not be published. Required fields are marked *