ການແຂ່ງຂັນເທັນນິສຍິງ ລາຍການໃຫຍ່ທ້າຍປີ WTA Finals 2022 ທີ່ນຳເອົາ 8 ນັກເທັນນິສ ອັນດັບ 1-8 ຂອງໂລກ ມາຮ່ວມຊິງໄຊ ປະເພດຍິງດ່ຽວ ນຳໂດຍ ມື 1 ຂອງໂລກ ອີກ້າ ສະເວຍເຕັກ ຈາກໂປໂລຍ, ອອນ ຈາເບີ ມື 2 ຂອງໂລກ ຈາກຕູນີຊີ້, ເຈັສຊີກ້າ ເປລູກ້າ ມື 3 ຂອງໂລກ ຈາກອາເມຣິກາ, ໂກໂກ້ ກັອຟ ມື 4 ຈາກອາເມຣິກາ, ມາເຣຍ ຊັກກາຣີ ມື 5 ຈາກເກຣັກ, ຄາໂຣລາຍ ກາເຊຍ ມື 6 ຈາກຝຣັ່ງ, ອາຣີນ້າ ຊາບາເຣັນກ້າ ມື 7 ຈາກເບລາຣຸສ ແລະ ດາເຣຍ ຄາຊາກີນ້າ ມື 8 ຈາກຣັດເຊຍ. ສ່ວນແຊ້ມເກົ່າ ກາບິນ ມູກູຣູຊ້າ ຈາກແອັສປາຍ ອັນດັບໂລກຕອນນີ້ ບໍ່ຕິດ 1-8 ອົດປ້ອງກັນແຊ້ມ.
ການແຂ່ງຂັນປີນີ້ ເປັນຄັ້ງທີ 51 ຊິງເງິນລາງວັນລວມ 5 ລ້ານໂດລາສະຫະລັດ ຈະແຂ່ງຂັນໃນລະຫວ່າງວັນທີ 31 ຕຸລາ ຫາວັນທີ 7 ພະຈິກ 2022 ທີ່ສະໜາມ Dickies Arena ນະຄອນ Fort Worth, ລັດເທັກຊັສ, ສະຫະລັດ ອາເມຣິກາ, ຈະມີການຈັບສະຫລາກແບ່ງສາຍໃນມໍ່ໆນີ້.
ສ່ວນ ATP Finals 2022 ປະເພດຊາຍດ່ຽວ ຂະນະນີ້ ໄດ້ 5 ນັກກິລາຄື: ຄາຣລັອສ ອາວຄາຣັຊ ມື 1 ຂອງໂລກ ໄດ້ຮ່ວມແຂ່ງຂັນຄັ້ງທຳອິດ, ຣາຟາເອວ ນາດາວ ມື 2 ຂອງໂລກ ສອງນັກກິລາຈາກແອັສປາຍ, ແຄັສເປີ ຣຸດ ມື 3 ຈາກນອກແວ, ສະເຕຟານັອສ ຊິດຊີປັສ ມື 4 ຈາກເກຣັກ ແລະ ໂນວັກ ໂຢໂຄວິກ ອະດີດແຊ້ມ 5 ສະໄໝ ມື 5 ຈາກແຊັກບີ້, ສ່ວນອີກ 3 ນັກກິລາ ລໍຖ້າສຳເລັດການແຂ່ງຂັນອີກ 3 ລາຍການ ລະດັບ ເອທີພີ 500 ສອງລາຍການ ແລະ ມາສເຕີ 1000 ໜຶ່ງລາຍການ.
ATP Finals ປີນີ້ ຈະແຂ່ງຂັນຢູ່ນະຄອນຕູຣິນ ປະເທດອີຕາລີ ໃນລະຫວ່າງວັນທີ 13–20 ພະຈິກ ຊິງເງິນລາງລວມຫລາຍກວ່າ 14 ລ້ານໂດລາສະຫະລັດ.
Photo: WTA Finals