ຜົນສະຫລາກເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 20 ປີ (U20) ຊິງແຊ້ມອາຊີ 2023 ຮອບສຸດທ້າຍ ທີ່ອຸສເບກິສຖານ ເປັນເຈົ້າພາບ ໂດຍມີ 16 ທີມທີ່ຜ່ານການຄັດເລືອກເຂົ້າຮ່ວມ ແບ່ງອອກເປັນ 4 ກຸ່ມ, ກຸ່ມລະ 4 ທີມ ປະກົດວ່າ: ຫວຽດນາມ ຢູ່ກຸ່ມ B ຮ່ວມກັບ ອີຣານ ແຊ້ມ 4 ສະໄໝ, ກາຕ້າ ແຊ້ມ 1 ສະໄໝ ແລະ ອົດສະຕຣາລີ.
ຂະນະທີ່ ອິນໂດເນເຊຍ ອີກໜຶ່ງຊາດຈາກອາຊຽນ ອະດີດແຊ້ມ 1 ສະໄໝ ຢູ່ກຸ່ມ A ຮ່ວມກັບ ເຈົ້າພາບ ອຸສເບກິສຖານ, ອີຣັກ ແຊ້ມ 5 ສະໄໝ ແລະ ຊີເຣຍ (ຊີຣີ) ແຊ້ມ 1 ສະໄໝ.
ສ່ວນແຊ້ມເກົ່າ ຊາອຸດິ ອາຣາເບຍ ຢູ່ກຸ່ມ D ຮ່ວມກັບ ຍີ່ປຸ່ນ ແຊ້ມ 1 ສະໄໝ, ສປ ຈີນ ແຊ້ມ 1 ສະໄໝ ແລະ ກີກິດສະຖານ.
ກຸ່ມ C ມີ: ສາທາລະນະລັດເກົາຫລີ ແຊ້ມສູງສຸດ 12 ສະໄໝ, ທາຈີກິສຖານ, ຈໍແດນ ແລະ ໂອມານ.
ຈະແຂ່ງຂັນໃນລະຫວ່າງວັນທີ 1–18 ມີນາ 2023 ທີມທີ່ຕິດອັນດັບ 1 ໃນ 4 ຈະໄດ້ເປັນຕົວແທນທະວີບອາຊີ ໄປຮ່ວມແຂ່ງຂັນ ຊິງແຊ້ມໂລກ ໃນ 20 ພຶດສະພາ – 11 ມິຖຸນາ ປີ 2023 ປະເທດອິນໂດເນເຊຍ ຈະເປັນເຈົ້າພາບ.
Photo: AFC Asian Cup