ສະເປີ ບໍ່ຊະນະ ສະປອດຕິ້ງ ລຸ້ນເຂົ້າຮອບນັດສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ 2022-23

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ D ນັດທີ 5 ຄືນວັນທີ 26 ຕຸລາຜ່ານມາ, ທັອດແນ່ມ ຮັອດສະເປີ ເປີດບ້ານໄລ່ຕີສະເໝີ ສະປອດຕິ້ງ ລິສບ້ອນ 1-1 ທີມຢາມນຳກ່ອນຈາກ ມາຄັສ ເອັດເວີດ ນາທີ 22, ສະເປີ ຕີສະເໝີຈາກ ໂຣດຣີໂກ້ ເບັນຕານກູ ນາທີ 80′.

ຂະນະທີ່ ໄອແທັກ ແຟັງເຟີດ ຊະນະ ໂອລິມປິກ ມາກເຊີຍ 2-1 ຜ່ານໄປ 5 ນັດ ຍັງມີລຸ້ນເຂົ້າຮອບທັງ 4 ທີມ: ສະເປີ ມີ 8 ຄະແນນ, ສະປອດຕິ້ງ ແລະ ແຟັງເຟີດ ມີ 7 ຄະແນນເທົ່າກັນ, ສ່ວນ ມາກເຊີຍ ມີ 6 ຄະແນນ, ນັດສຸດທ້າຍ ມາກເຊີຍ ພົບ ສະເປີ ແລະ ສະປອດຕິ້ງ ພົບ ແຟັງເຟີດ ຈະແຂ່ງຂັນວັນທີ 1 ພະຈິກນີ້.

ປະຈຸບັນ ໄດ້ 12 ທີມ ເຂົ້າຮອບ 16 ທີມສຸດທ້າຍຄື: ແມນຊິຕີ້, ເຊວຊີ, ລີເວີພູລ, ບາເຢິນ, ດັອດມຸນ, ອິນເຕີ, ນາໂປລີ, ຣຽວ ມາດຣິດ, ປາຣີ ແຊັງແຊກແມັງ, ເບັນຟີກ້າ, ປໍຣໂຕ້ ແລະ ຄລັບບຣູດຈ໌.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *