ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ B ນັດທີ 5 ຄືນວັນທີ 26 ຕຸລາຜ່ານມາ, ແອັດເລຕິໂກ້ ມາດຣິດ ເປີດບ້ານ ພາດໂອກາດຊະນະ ໄບເອີ ເລເວີຄູເຊັນ ຢ່າງໜ້າເສຍດາຍ ຖືກຂຶ້ນນຳກ່ອນສອງຄັ້ງ ແຕ່ໄລ່ຕີສະເໝີໄດ້ ທ້າຍເກມໄລຍະຕໍ່ເວລາບາດເຈັບ ນາທີ 90+9′ ໄດ້ຈຸດໂທດ ແຕ່ ຢານນິກ ຄາລັສໂກ້ ເຟີເຣຣ້າ ຍິງບໍ່ເຂົ້າ ຈົບເກມສະເໝີກັບ ເລເວີຄູເຊັນ 2-2 ກອດຄໍກັນຕົກຮອບ.
+ ແອັດມາດຣິດ ຕົກຮອບແບ່ງກຸ່ມ ຢູຟ້າ ແຊ້ມປ້ຽນລີກ ຄັ້ງທຳອິດໃນຮອບ 4 ປີ ຕໍ່ຈາກລະດູການ 2017-18.
ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ປໍຣໂຕ້ ບຸກຊະນະ ຄລັບບຣູດຈ໌4-0 ຜ່ານໄປ 5 ນັດ: ຄລັບບຣູດຈ໌ ມີ 10 ຄະແນນ, ປໍຣໂຕ້ ມີ 9 ຄະແນນ ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ສ່ວນ ແອັດມາດຣິດ ມີ 5 ຄະແນນ ແລະ ເລເວີຄູເຊັນ ມີ 4 ຄະແນນ ຕົກຮອບ ນັດສຸດທ້າຍລຸ້ນຊິງທີສາມຂອງກຸ່ມ ເພື່ອໄປ ຢູໂຣປ້າລີກ, ໂດຍນັດສຸດທ້າຍ ປໍຣໂຕ້ ພົບ ແອັດມາດຣິດ ແລະ ເລເວີຄູເຊັນ ພົບ ຄລັບບຣູດຈ໌ ຈະແຂ່ງຂັນວັນທີ 1 ພະຈິກນີ້.
Photo: UEFA Champions League