ບາຣຊ້າ ເຈັບຊໍ້າ 2 ລະດູການຕິດຕໍ່ກັນ ຕົກຮອບແບ່ງກຸ່ມ ຢູຟ້າ ແຊ້ມປ້ຽນລີກ

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ C ນັດທີ 5 ຄືນວັນທີ 26 ຕຸລາຜ່ານມາ, ບາຣເຊໂລນ້າ ອະດີດແຊ້ມ 5 ສະໄໝ ພາດທ່າເສຍຄາບ້ານໃຫ້ ບາເຢິນ ອີກຄັ້ງ 0-3 ເປັນການເສຍຄາບ້ານໃຫ້ ເສືອໃຕ້ ໃນລາຍການນີ້ 3 ລະດູການຕິດຕໍ່ກັນ ບາເຢິນ ໄດ້ປະຕູຈາກ ຊາດີໂອ ມາເນ່ ນາທີ 10, ໂຊໂປ ມົດຕິ້ງ ນາທີ 31′ ແລະ ເບັນຈາແມັງ ປາວາ ນາທີ 90+5′.

ຂະນະທີ່ ອິນເຕີ ມິລານ ເປີດບ້ານຖະຫລົ່ມ ວິກຕໍເຣຍ ພິວເຊັນ 4-0 ເອດິນ ເຊໂກ້ ຍິງສອງປະຕູ, ລູກາກູ ແລະ ມາຄີຕາຢານ ຜູ້ລະປະຕູ, ຜ່ານໄປ 5 ນັດ: ບາເຢິນ ເກັບ 15 ຄະແນນເຕັມ, ອິນເຕີ ມີ 10 ຄະແນນ ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ສ່ວນ ບາຣຊ້າ ມີ 4 ຄະແນນ ຕົກຮອບ 2 ລະດູການຕິດຕໍ່ກັນ ໄດ້ທີສາມຂອງກຸ່ມ ໄປຫລິ້ນ ຢູໂຣປ້າລີກ ແລະ ພິວເຊັນ ບໍ່ມີຄະແນນ ຕົກຮອບ.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *