ຊາລ້າ-ນູເຢັຊ-ເອລ້ຽດ ຍິງຜູ້ລະປະຕູ ຊ່ວຍ ລີເວີພູລ ບຸກຊະນະ ອາແຈັກ 3-0 ເຂົ້າຮອບ 16 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ A ນັດທີ 5 ຄືນວັນທີ 26 ຕຸລາຜ່ານມາ, ຫົງແດງ ລີເວີພູລ ຮອງແຊ້ມລະດູການຜ່ານມາ ບຸກຊະນະ ອາແຈັກ ແຊ້ມລີກສູງສຸດຂອງເນເທີແລນ (ໂຮນລັງ) 3-0 ໄດ້ປະຕູຈາກ ໂມຮາເໝັດ ຊາລ້າ ນາທີ 42‘, ດາວິນ ນູເຢັຊ ນາທີ 49′ ແລະ ຮາວີ້ ເອລ້ຽດ ນາທີ 52’.

ຂະນະທີ່ ນາໂປລີ ເປີດບ້ານຖະຫລົ່ມ ແຣນເຈີ 3-0 ເຊັ່ນກັນ ຄວ້າໄຊ 12 ນັດລວດ ຜ່ານໄປ 5 ນັດ: ນາໂປລີ ເກັບ 15 ຄະແນນເຕັມ, ລີເວີພູລ ມີ 12 ຄະແນນ ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ສ່ວນ ອາແຈັກ ມີ 3 ຄະແນນ ແລະ ແຣນເຈີ ບໍ່ມີຄະແນນ ຕົກຮອບ ນັດສຸດທ້າຍຊິງທີສາມຂອງກຸ່ມ ເພື່ອໄປ ຢູໂຣປ້າລີກ, ນັດສຸດທ້າຍ ແຣນເຈີ ພົບ ອາແຈັກ ແລະ ລີເວີພູລ ພົບ ນາໂປລີ ຈະແຂ່ງຂັນວັນທີ 1 ພະຈິກນີ້.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *