U18 ເອສຣາ ແຊ້ມເກົ່າ ຖະຫຼົ່ມ ວຽງຈັນ! ຊະນະລວດ 6 ນັດ ຍິງ 31 ປະຕູ ເສຍ 4 ປະຕູ ເຂົ້າຮອບ 4 ທີມສຸດທ້າຍ U18 ຊິງຂັນ ສຕລ 2022

ການແຂ່ງຂັນເຕະບານຊາຍ ຮຸ່ນອາຍຸບໍ່ເກີນ 18 ປີ (U18) ຊິງຂັນສະຫະພັນບານເຕະແຫ່ງຊາດລາວ ປະຈຳປີ 2022, ການແຂ່ງຂັນນັດສຸດທ້າຍ ໃນວັນທີ 27 ສິງຫານີ້ ທີ່ສະໜາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດ, ເອສຣາ ແຊ້ມເກົ່າ ຊະນະ ວຽງຈັນ 11-1, ຫຼວງພະບາງ ຊະນະ ກອງທັບ 5-0 ແລະ ຊ້າງນ້ອຍ ຊະນະ ມາສເຕີ້ ເຊເວັ້ນ 2-1.

ສະຫຼຸບຕາຕະລາງຄະແນນ ອັນດັບ 1 ເອສຣາ ແຂ່ງ 6 ນັດ ຊະນະ 6 ນັດລວດ ມີ 18 ຄະແນນເຕັມ, ອັນດັບ 2 ຈໍາປາສັກ ແຂ່ງ 6 ນັດ ຊະນະ 4 ນັດ ສະເໝີ 1 ນັດ ເສຍ 1 ນັດ ມີ 13 ຄະແນນ, ອັນດັບ 3 ຫຼວງພະບາງ ແຂ່ງ 6 ນັດ ຊະນະ 3 ນັດ ເສຍ 3 ນັດ ມີ 9 ຄະແນນ, ອັນດັບ 4 ຊ້າງນ້ອຍ ແຂ່ງ 6 ນັດ ຊະນະ 2 ນັດ ສະເໝີ 1 ນັດ ເສຍ 3 ນັດ ມີ 7 ຄະແນນ ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ສ່ວນ ວຽງຈັນ ມີ 5 ຄະແນນ, ມາສເຕີ້ ເຊເວັ້ນ ມີ 4 ຄະແນນ ແລະ ກອງທັບ ມີ 4 ຄະແນນ ຕົກຮອບ.

ຮອບ 4 ທີມສຸດທ້າຍ ປະກອບມີ: ເອສຣາ ແຊ້ມເກົ່າ, ຈຳປາສັກ, ຫຼວງພະບາງ ແລະ ຊ້າງນ້ອຍ ຈະມີການຈັບສະຫຼາກ ໃນວັນທີ 28 ສິງຫານີ້ ແລະ ຈະແຂ່ງຂັນໃນວັນທີ 29 ສິງຫາ ເວລາ 17:00 ໂມງ ພ້ອມກັນທັງສອງຄູ່.

ການແຂ່ງຂັນບານເຕະ U18 ແມ່ນເອົາທີມອະຄາເດມີ້ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15 ລ້ານກີບ, ທີມຮອງແຊ້ມຮັບເງິນ 8 ລ້ານກີບ ແລະ ອັນດັບ 3 ຮັບເງິນລາງວັນ 5 ລ້ານກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.

Photo: LFF

Leave a Reply

Your email address will not be published. Required fields are marked *