ນະຄອນຫລວງ ຊະນະ ຈຳປາສັກ 1-0 ປ້ອງກັນແຊ້ມ ເຕະບານຍິງ ຊິງແຊ້ມທົ່ວປະເທດ ປະຈຳປີ 2022

ການແຂ່ງຂັນເຕະບານຍິງ-ຊາຍ ຊິງແຊ້ມທົ່ວປະເທດ ຫລື ບານເຕະແຫ່ງຊາດ ປະຈຳປີ 2022 ຮອບຊິງຊະນະເລີດ ປະເພດຍິງ ທີ່ສະໜາມກິລາແຫ່ງຊາດ ຫລັກ 16 ເມື່ອວັນທີ 21 ຕຸລາຜ່ານມາ, ນະຄອນຫລວງວຽງຈັນ ແຊ້ມເກົ່າ ເອົາຊະນະ ແຂວງຈຳປາສັກ ແບບຫວຸດວິດ 1-0 ຈາກປະຕູໄຊຂອງ ອິນທິດາ ຄູນສີ ນາທີ 10′.

ນະຄອນຫລວງວຽງຈັນ ປ້ອງກັນແຊ້ມໄດ້ສຳເລັດ ຮັບຂັນແຊ້ມ ພ້ອມເງິນລາງວັນ 100 ລ້ານກີບ, ຂະນະທີ່ ຈຳປາສັກ ຮອງແຊ້ມໄດ້ຮັບເງິນລາງວັນ 50 ລ້ານກີບ.

ລາງວັນຜູ້ຍິງປະຕູສູງສຸດເປັນຂອງ ແກ້ມມີ້ ອຸດົມສຸກ ຈາກນະຄອນຫຼວງ ລົງສະໜາມ 6 ນັດ ຍິງໄດ້ 8 ປະຕູ ໄດ້ຮັບເງິນລາງວັນ 5.000.000 ກີບ.

ລາງວັນຜູ້ຮັກສາປະຕູດີເດັ່ນ: ບັງອອນ ພອນໄຊ ຈາກນະຄອນຫຼວງ ລົງສະໜາມ 5 ນັດ ບໍ່ເສຍຈັກປະຕູ ໄດ້ຮັບເງິນລາງວັນ 5.000.000 ກີບ.

ລາງວັນຄູຝຶກດີເດັ່ນ: ວຽງສະຫວັນ ໄຊຍະບູນ ຈາກນະຄອນຫຼວງ ໄດ້ຮັບເງິນລາງວັນ 5.000.000 ກີບ.

ລາງວັນນັກກິລາດີເດັ່ນປະຈຳການແຂ່ງຂັນ: ອິນທິດາ ຄູນສີ ຈາກນະຄອນຫຼວງ ໄດ້ຮັບເງິນລາງວັນ 5.000.000 ກີບ.

ພາບ: LaoFF

Leave a Reply

Your email address will not be published. Required fields are marked *