ມັນແນ່ນອນ! U15 ເອສຣາ ແຊ້ມເກົ່າ ດ່ວນກັບ ຈຳປາສັກ! ຊ້າງນ້ອຍ ດ່ວນກັບ ຫຼວງພະບາງ! ຮອບ 4 ທີມສຸດທ້າຍ U15 ຊິງຂັນ ສຕລ 2022

ການແຂ່ງຂັນບານເຕະ U15 ປີ ຊິງຂັນສະຫະພັນບານເຕະແຫ່ງຊາດລາວ, ຮອບ 4 ທີມສຸດທ້າຍ ປະກອບມີ: ເອສຣາ ແຊ້ມເກົ່າ, ຫຼວງພະບາງ, ຈຳປາສັກ ແລະ ຊ້າງນ້ອຍ ຜ່ານການຈັບສະຫຼາກ ໃນວັນທີ 27 ສິງຫາ ປະກົດວ່າ:

+ U15 ເອສຣາ ແຊ້ມເກົ່າ ພົບກັບ U15 ຈຳປາສັກ ໃນວັນທີ 28 ສິງຫາ ເວລາ 17:00 ໂມງ ສະໜາມ 1.

+ U15 ຊ້າງນ້ອຍ ພົບກັບ U15 ຫຼວງພະບາງ ໃນວັນທີ 28 ສິງຫາ ເວລາ 17:00 ໂມງ ສະໜາມ 2.

ຮູບແບບການແຂ່ງຂັນ 80 ນາທີ ຖ້າສະເໝີກັນ ແມ່ນແຂ່ງຂັນຕໍ່ໄລຍະຕໍ່ພິເສດເວລາ 30 ນາທີ, ຖ້າຍັງສະເໝີກັນແມ່ນໄປຕັດສິນດ້ວຍການຍິງຈຸດໂທດ.

ການແຂ່ງຂັນບານເຕະ U15 ແມ່ນເອົາທີມອະຄາເດມີ່ຂອງທັງ 7 ສະໂມສອນທີ່ເຂົ້າຮ່ວມແຂ່ງຂັນໃນ ເປບຊີ ລາວລີກ 1 ປະຈຳປີ 2022 ມາແຂ່ງຂັນກັນແບບພົບກັນໝົດໃນຮອບດຽວ ໂດຍເອົາທີມທີ່ມີຄະແນນດີສຸດອັນດັບ 1-4 ເຂົ້າຮອບ 4 ທີມສຸດທ້າຍຕໍ່ໄປ, ທີມແຊ້ມຈະໄດ້ຮັບຂັນແຊ້ມ ພ້ອມເງິນລາງວັນ 15.000.000 ກີບ, ທີມຮອງແຊ້ມຮັບເງິນ 8.000.000 ກີບ ແລະ ອັນດັບ 3 ຮັບເງິນລາງວັນ 5.000.000 ກີບ, ນອກຈາກນີ້ກໍ່ມີ ລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຜູ້ຮັກສາປະຕູດີເດັ່ນ ແລະ ຄູຝຶກດີເດັ່ນ.

Photo: LFF U-15 Championship

Leave a Reply

Your email address will not be published. Required fields are marked *