ທີມຍິງ ອາຣເຊນໍລ ຟອມດີເໝືອນກັບທີມຊາຍ ຂຶ້ນນຳລີກສູງສຸດຂອງອັງກິດ!

ເຕະບານທີມຍິງຂອງ ປືນໃຫຍ່ ອາຣເຊນໍລ ຟອມດີຟອມເດັ່ນເໝືອນກັບທີມຊາຍ ຂຶ້ນນຳລີກສູງສຸດຂອງອັງກິດເໝືອນກັນ ໂດຍ 4 ນັດທຳອິດໃນ Women’s Super League ລະດູການນີ້ ຊະນະລວດ ແບບບໍ່ເສຍປະຕູຄື: ຊະນະ ໄບຣຕັ້ນ 4-0, ຊະນະ ສະເປີ 4-0, ຊະນະ ເຣດດິ້ງ 1-0 ແລະ ຊະນະ ລີເວີພູລ 2-0. ເມື່ອລວມກັບລະດູການຜ່ານມາ ຊະນະ 12 ນັດລວດ ແລະ ບໍ່ເສຍ 16 ນັດຫລັງສຸດໃນລີກ.

ສ່ວນເກມ ແຊ້ມປ້ຽນລີກ ເພດຍິງ 3 ນັດໃນລະດູການນີ້ ຊະນະ 2 ສະເໝີ 1 ແລະ ນັດທຳອິດຂອງຮອບແບ່ງກຸ່ມລະດູການນີ້ ກໍສາມາດຊະນະ ໂອລິມປິກ ລີຢົງ ແຊ້ມເກົ່າ ເຖິງ 5-1, ນັດຕໍ່ໄປ ທີມຍິງຂອງ ອາຣເຊນໍລ ຈະດວນກັບ ຊູຣິກ ຈາກສະວິດເຊີແລນ ເກມແຊ້ມປ້ຽນລີກ ເພດຍິງ ນັດທີ 2 ຂອງກຸ່ມ C ຄືນວັນທີ 27 ຕຸລານີ້.

Photo: Arsenal Women

Leave a Reply

Your email address will not be published. Required fields are marked *