ບັອບບີ້ ເມດລີ້ ກັບມາຕັດສິນໃນ ພຣີເມ່ຍລີກ ອີກຄັ້ງ! ຫລັງຫ່າງຫາຍໄປ 4 ປີ

ບັອບບີ້ ເມດລີ້ ຜູ້ຕັດສິນຊາວອັງກິດ ໄວ 37 ປີ ກັບມາຕັດສິນໃນ ພຣີເມ່ຍລີກ ອີກຄັ້ງ ພາຍຫລັງຖືກລົງໂທດຫ້າມເຄື່ອນໄຫວຕັດສິນ ມາແຕ່ປີ 2018 ຍ້ອນການປະພຶດບໍ່ເໝາະສົມ ສົ່ງຕໍ່ວິດີໂອລັກສະນະໝິ່ນປະໝາດຜູ້ພິການ, ແຕ່ໃນປີ 2020 ບັອບບີ້ ເມດລີ້ ໄດ້ຮັບການຜ່ອນໂທດ ໃຫ້ໂອກາດຕັດສິນໃນລີກວັນ ແລະ ລີກທູ ລີກອັນດັບ 3 ແລະ ລີກອັນດັບ 4 ຂອງອັງກິດ.

ບັອບບີ້ ເມດລີ້ ມີປະສົບການຕັດສິນໃນລີກສູງສຸດຂອງອັງກິດ ລວມທັງໝົດ 91 ນັດ ລະຫວ່າງປີ 2013-2018 ກ່ອນຖືກລົງໂທດຈາກການກະທຳດັ່ງກ່າວ ແລະ ລະດູການນີ້ ບັອບບີ້ ເມດລີ້ ໄດ້ຕັດສິນໃນເກມ ແຊ້ມປ້ຽນຊິບ ລີກອັນດັບສອງຂອງອັງກິດແລ້ວ 10 ນັດ ໂດຍເກມ ພຣີເມ່ຍລີກ ນັດທຳອິດ ລະດູການນີ້ ບັອບບີ້ ເມດລີ້ ຈະໄດ້ຕັດສິນຄູ່ລະຫວ່າງ ເບັນຟອດ ພົບ ວູຟແຮມຕັນ ວັນເສົາທີ 29 ຕຸລານີ້.

ບັອບບີ້ ເມດລີ້ ກ່າວ: ຍອມຮັບກັບບົດລົງໂທດ ກັບການກະທຳບໍ່ເໝາະສົມຂອງຕົນເອງ ຖືເປັນບົດຮຽນອັນສຳຄັນ ເພື່ອເຮັດໃຫ້ຕົນເອງຮອບຄອບ ແລະ ແຂງແກ່ນຂຶ້ນ.

Leave a Reply

Your email address will not be published. Required fields are marked *