ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ E ນັດທີ 5 ຄືນວັນທີ 25 ຕຸລາຜ່ານມາ, ສິງຟ້າ ເຊວຊີ ແຊ້ມ 2 ສະໄໝ ບຸກຊະນະ ເຣດບູລ ເຊົາບວກ ແຊ້ມລີກສູງສຸດຂອງອັອສເຕຮຍ (ໂອຕຣິດ) 2-1 ເຊວຊີ ນຳກ່ອນຈາກ ມັດຕີໂອ ໂຄວາຊິກ ນາທີ 23′ ເຈົ້າບ້ານຕີສະເໝີຈາກ ຈູເນ່ຍ ອາດາມູ ນາທີ 48′ ເຊວຊີ ມາໄດ້ປະຕູໄຊຈາກ ຄາຍ ຮາແວັດ ນາທີ 64′.
+ ກຣາແຮມ ພັອດເຕີ ຜູ້ຈັດການທີມໃໝ່ຂອງ ເຊວຊີ ຄຸມທີມ 9 ນັດ ຍັງບໍ່ເສຍ ຊະນະ 6 ສະເໝີ 3.
ຂະນະທີ່ ເອຊີ ມິລານ ບຸກຊະນະ ດີນາໂມ ຊາເກັບ 4-0. ຜ່ານໄປ 5 ນັດ: ເຊວຊີ ມີ 10 ຄະແນນ ເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ສ່ວນ ມິລານ ມີ 7 ຄະແນນ, ເຊົາບວກ ມີ 6 ຄະແນນ ລຸ້ນເຂົ້າຮອບນັດສຸດທ້າຍ, ຂະນະທີ່ ຊາເກັບ ມີ 4 ຄະແນນ ລຸ້ນໄປ ຢູໂຣປ້າລີກ ໃນນັດສຸດທ້າຍ, ໂດຍນັດສຸດທ້າຍ ຈະແຂ່ງຂັນວັນທີ 2 ພະຈິກນີ້ ເຊວຊີ ພົບ ຊາເກັບ ແລະ ມິລານ ພົບ ເຊົາບວກ.
Photo: UEFA Champions League