ມາເຣັຊ ພາດຈຸດໂທດ! ສະເໝີ ດັອດມຸນ 0-0 ເຂົ້າຮອບ 16 ທີມສຸດທ້າຍ ທັງສອງທີມ ຢູຟ້າ ແຊ້ມປ້ຽນລີກ 2022-23

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ G ນັດທີ 5 ຄືນວັນທີ 25 ຕຸລາຜ່ານມາ, ໂບຣຸສເຊຍ ດັອດມຸນ ເປີດບ້ານສະເໝີກັບ ແມນເຊັສເຕີ ຊິຕີ້ 0-0 ເຊິ່ງໃນເກມນີ້ ຊິຕີ້ ໄດ້ຈຸດໂທດນາທີ 58′ ແຕ່ ຣິຢ໊າດ ມາເຣັຊ ຍິງບໍ່ຜ່ານມືຂອງ ໂກເບວ ມາເຣັຊ ພາດຈຸດໂທດເທື່ອທີ 3 ຈາກ 4 ຄັ້ງຫລັງສຸດ.

ຂະນະທີ່ ເຊບີຢ້າ ເປີດບ້ານຊະນະ ເອຟຊີ ໂຄເປັນຮາເກັນ 3-0. ຜ່ານໄປ 5 ນັດ: ແມນຊິຕີ້ ມີ 11 ຄະແນນ, ດັອດມຸນ ມີ 8 ຄະແນນ ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍແນ່ນອນແລ້ວ, ສ່ວນ ເຊບີຢ້າ ມີ 5 ຄະແນນ ໄດ້ອັນດັບທີສາມຂອງກຸ່ມ ໄດ້ໄປ ຢູໂຣປ້າລີກ, ຂະນະທີ່ ໂຄເປັນຮາເກັນ ມີ 2 ຄະແນນຕົກຮອບ.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *