ໄລຊິກ ເປັນທີມທຳອິດ ຊະນະ ຣຽວ ມາດຣິດ ໃນລະດູການນີ້ ຍັງມີລຸ້ນເຂົ້າຮອບ 16 ທີມ ຢູຟ້າ ແຊ້ມປ້ຽນລີກ

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ F ນັດທີ 5 ຄືນວັນທີ 25 ຕຸລາຜ່ານມາ, ອາຣແບ ໄລຊິກ ກາຍເປັນທີມທຳອິດ ທີ່ຊະນະ ຣຽວ ມາດຣິດ ໃນລະດູການນີ້ ພາຍຫລັງເປີດບ້ານເຊືອດແຊ້ມເກົ່າ ແບບຫວຸດວິດ 3-2 ໄລຊິກ ໄດ້ສອງປະຕູນຳກ່ອນຈາກ ຈັອສໂກ້ ກາດີໂອນ ນາທີ 13′ ແລະ ຄຣິສໂຕເຟີ ເອັນກຸນກູ ນາທີ 18′, ມາດຣິດ ໄລ່ມາ 1-2 ຈາກ ວີນີຊີອຸສ ຈູເນ່ຍ ນາທີ 44′ ຈາກນັ້ນ ເຈົ້າບ້ານໜີຫ່າງເປັນ 3-2 ຈາກ: ຕີໂມ ແວເນີ ນາທີ 81′ ແຊ້ມເກົ່າທວງຄືນໄດ້ອີກພຽງໜຶ່ງປະຕູຈາກການສັງຫານຈຸດໂທດຂອງ ໂຣດຣີໂກ້ ນາທີ 90+3′ ຈົບເກມ ໄລຊິກ ຊະນະ ມາດຣິດ ແບບມ່ວນມັນ 3-2.

ຂະນະທີ່ ເຊວຕິກ ສະເໝີກັບ ຊັກຕ້າ ໂດເນັດ 1-1. ຜ່ານໄປ 5 ນັດ: ຣຽວ ມາດຣິດ ມີ 10 ຄະແນນ ເຂົ້າຮອບ 16 ທີມສຸດທ້າຍ ແນ່ນອນແລ້ວ, ສ່ວນ ໄລຊິກ ມີ 9 ຄະແນນ, ຊັກຕ້າ ມີ 6 ຄະແນນ ລຸ້ນເຂົ້າຮອບນັດສຸດທ້າຍ, ຂະນະທີ່ ເຊວຕິກ ມີ 2 ຄະແນນຕົກຮອບ, ນັດສຸດທ້າຍ ຈະແຂ່ງຂັນວັນທີ 2 ພະຈິກນີ້ ຣຽວ ມາດຣິດ ພົບ ເຊວຕິກ ແລະ ຊັກຕ້າ ພົບ ໄລຊິກ.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *