ເມັສຊີ້ ແລະ ເອັມບັບເປ້ ຍິງຜູ້ລະສອງປະຕູ ຊ່ວຍ PSG ຖະຫລົ່ມ ໄຮຟາ 7-2 ເຂົ້າຮອບ 16 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ 2022-23

ການແຂ່ງຂັນເຕະບານ ຢູຟ້າ ແຊ້ມປ້ຽນລີກ ລະດູການ 2022-23 ກຸ່ມ H ນັດທີ 5 ຄືນວັນທີ 25 ຕຸລາຜ່ານມາ, ປາຣີ ແຊັງແຊກແມັງ (PSG) ແຊ້ມລີກສູງສຸດຂອງຝຣັ່ງ ຟອມດີເນື່ອງ ເປີດບ້ານຖະຫລົ່ມ ແມັກຄາບີ້ ໄຮຟາ ແຊ້ມລີກສູງສຸດອິດສະຣາແອນ 7-2 ລີໂອເນວ ເມັສຊີ້ ແລະ ຄີລຽນ ເອັມບັບເປ້ ຍິງຜູ້ລະສອງປະຕູ, ເນມາຣ ແລະ ຄາຣລັອສ ໂຊແລ ຜູ້ລະໜຶ່ງປະຕູ ແລະ ການສະກັດບານເຂົ້າໂກນຕົນເອງຂອງຜູ້ຫລິ້ນ ໄຮຟາ. PSG ຍັງບໍ່ເສຍລວມທຸກລາຍການໃນລະດູການນີ້.

+ PSG ເຂົ້າຮອບ 16 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ 11 ລະດູການຕິດຕໍ່ກັນ.

+ ເມັສຊີ້ ເປັນນັກເຕະຄົນທຳອິດຍິງ 80 ປະຕູ ໃນຮອບແບ່ງກຸ່ມ ແຊ້ມປ້ຽນລີກ.

ຂະນະທີ່ ມ້າລາຍ ຢູເວັນຕຸສ ບຸກເສຍໃຫ້ ເບັນຟີກ້າ 3-4 ຕົກຮອບແບ່ງກຸ່ມຄັ້ງທຳອິດໃນຮອບ 8 ປີ ຕໍ່ຈາກລະດູການ 2013-14 ຜ່ານໄປ 5 ນັດ: PSG ແລະ ເບັນຟີກ້າ ມີ 11 ຄະແນນ ເທົ່າກັນ ແຕກຕ່າງພຽງປະຕູໄດ້ເສຍ PSG ດີກວ່າ ທັງສອງທີມເຂົ້າຮອບ 16 ທີມສຸດທ້າຍ ແນ່ນອນແລ້ວ ນັດສຸດທ້າຍ ຊິງທີໜຶ່ງຂອງກຸ່ມ, ສ່ວນ ຢູເວັນຕຸສ ແລະ ແມັກຄາບີ້ ໄຮຟາ ມີ 3 ຄະແນນເທົ່າກັນ, ນັດສຸດທ້າຍ ຊິງອັນດັບທີສາມຂອງກຸ່ມ ເພື່ອລຸ້ນໄປ ຢູໂຣປ້າລີກ ນັດສຸດທ້າຍ ຈະແຂ່ງຂັນວັນທີ 2 ພະຈິກນີ້ ຢູເວັນຕຸສ ພົບ PSG ແລະ ໄຮຟາ ພົບ ເບັນຟີກ້າ.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *