ພຣີເມ່ຍລີກ ອັງກິດ ປັບປຸງຕາຕະລາງແຂ່ງຂັນໃໝ່ ໄລຍະ ຄຣິດສະມາດ ແລະ ປີໃໝ່ສາກົນ 2023

ຝ່າຍຈັດການແຂ່ງຂັນເຕະບານ ພຣີເມ່ຍລີກ ອັງກິດ ປະກາດປັບປຸງຕາຕະລາງແຂ່ງຂັນໃໝ່ ໄລຍະ ຄຣິດສະມາດ ແລະ ປີໃໝ່ສາກົນ 2023 ຫລື ໄລຍະບັອກຊິ້ງເດ ໃນລະຫວ່າງວັນທີ 26 ທັນວາ 2022 ຫາ 5 ມັງກອນ 2023 ປະກົດວ່າ: ແມນຢູ ແລະ ແມນຊິຕີ້ ຍ້າຍໄປເຕະວັນທີ 27 ແລະ ວັນທີ 28 ທັນວາ ເຊິ່ງເຮັດໃຫ້ແຟນບານຂອງທັງສອງທີມຈຳນວນໜຶ່ງບໍ່ພໍໃຈ ເພາະຕ້ອງການໃຫ້ທີມເຕະໃນວັນທີ 26 ທັນວາ ເຊິ່ງເປັນວັນຂຶ້ນປີໃໝ່ ແກະຂອງຂວັນ ເໝືອນກັບປະເພນີທີ່ຈັດທຸກໆປີ. ເຊິ່ງຄືນວັນທີ 27 ທັນວາ ແມນຢູ ຈະເປີດບ້ານພົບກັບ ນັອດຕິ້ງແຮມ ຟໍເຣັດ ແລະ ເຊວຊີ ພົບ ບຣອນມັດ, ຂະນະທີ່ ແມນຊິຕີ້ ຈະລົງແຂ່ງຄືນວັນທີ 28 ທັນວາ ໄປຢາມ ລີດ ຢູໄນເຕັດ.

ທາງດ້ານ ລີເວີພູລ ໄດ້ລົງຫລິ້ນໃນວັນທີ 26 ທັນວາ ໄປຢາມ ແອັສຕັນ ວິນລ້າ, ສະເປີ ໄປຢາມ ເບັນຟອດ, ເອຟເວີຕັນ ພົບ ວູຟແຮມຕັນ, ເລັສເຕີ ພົບ ນິວຄາສເຊິນ, ອາຣເຊນໍລ ພົບ ເວັສແຮມ, ຄຣິສຕັນ ພາເລດ ພົບ ຟູແລ່ມ ແລະ ເຊົາແທ່ມຕັນ ພົບ ໄບຣຕັ້ນ.

ຈາກນັ້ນ ຄືນວັນສຸກທີ 30 ທັນວາ 2022 ເວັສແຮມ ພົບ ເບັນຟອດ, ລີເວີພູລ ພົບ ເລັສເຕີ, ສຳລັບ ວັນເສົາທີ 31 ທັນວາ ມືສຸດທ້າຍຂອງປີ 2022 ວູຟ ພົບ ແມນຢູ, ແມນຊິຕີ້ ພົບ ເອຟເວີຕັນ, ນິວຄາສເຊິນ ພົບ ລີດ, ໄບຣຕັ້ນ ພົບ ອາຣເຊນໍລ, ຟູແລ່ມ ພົບ ເຊົາແທ່ມຕັນ ແລະ ບຣອນມັດ ພົບ ຄຣິສຕັນ ພາເລດ.

ວັນທີ 1 ມັງກອນ ມື້ໃໝ່ຂອງປີ 2023 ສະເປີ ພົບ ວິນລ້າ, ຟໍເຣັດ ພົບ ເຊວຊີ, ວັນທີ 2 ມັງກອນ 2023 ເບັນຟອດ ພົບ ລີເວີພລູ, ວັນທີ 3 ມັງກອນ 2023 ອາຣເຊນໍລ ພົບ ນິວຄາສເຊິນ, ແມນຢູ ຳພົບ ບຣອນມັດ, ເອຟເວີຕັນ ພົບ ໄບຣຕັ້ນ, ເລັສເຕີ ພົບ ຟູແລ່ມ, ວັນທີ 4 ມັງກອນ 2023 ຄຣິສຕັນ ພາເລດ ພົບ ສະເປີ, ເຊົາແທ່ມຕັນ ພົບ ນັອດຕິ້ງແຮມ ຟໍເຣັດ, ລີດ ພົບ ເວັສແຮມ, ແອັສຕັນ ວິນລ້າ ພົບ ວູຟ ແລະ ວັນທີ 5 ມັງກອນ 2023 ເຊວຊີ ພົບ ແມນຊິຕີ້.

Photo: Premier League

Leave a Reply

Your email address will not be published. Required fields are marked *