ຟຣານເຊັສໂກ້ ແບັກໄນອາ ນັກຂັບຊາວອີຕາລີ ໄວ 25 ປີ ຈາກຄ້າຍດູຄາຕິ ຄວາມຝັນການເປັນແຊ້ມໂລກ MotoGP ໃກ້ເປັນຈິງ ຫລັງຄວ້າແຊ້ມສະໜາມທີ 19 ຂອງປີ 2022 ລາຍການ ມາເລຊ້ຽນ ກຣັງປຣີ ທີ່ສະໜາມ Sepang International Circuit, ປະເທດມາເລເຊຍ ໃນທ້າຍອາທິດຜ່ານມາ.
ແບັກໄນອາ ອອກໂຕເປັນຄົນທີ 9 ແຕ່ຂັບລົດຄູ່ໃຈ ແຊງຄູ່ແຂ່ງເຂົ້າເສັ້ນໄຊເປັນຄົນທຳອິດ 20 ຮອບ ໃຊ້ເວລາ 40 ນາທີ 14.332 ວິນາທີ ເອົາຊະນະ ເອເນຍ ບັສເຕຍນີນີ້ ເພື່ອນຊາດ ແລະ ເພື່ອນຮ່ວມຄ້າຍດູຄາຕິ ພຽງສ້ຽວວິນາທີ 0.270 ໄດ້ແຊ້ມເປັນສະໜາມທີ 7 ໃນປີນີ້, ຂະນະທີ່ ແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ ຊາວຝຣັ່ງ ຈາກຄ້າຍຢາມາຮ່າ ຈົບອັນດັບທີສາມ ຕາມຫລັງ 2.773 ວິນາທີ, ທາງດ້ານ ຈໍເກ້ ມາຣຕິນ ເຈົ້າຂອງຕຳແໜ່ງໂພໂປຊີຊັ່ນສະໜາມນີ້ ແຂ່ງບໍ່ຈົບ ລົດເກີດອຸບັດຕິເຫດໃນຮອບທີ 6.
ສະຫລຸບຄະແນນລວມນັກຂັບ ຜ່ານໄປ 19 ສະໜາມ ເຫລືອການແຂ່ງຂັນພຽງສະໜາມສຸດທ້າຍ ຜູ້ນຳແມ່ນ ຟຣານເຊັສໂກ້ ແບັກໄນອາ ນຳແຊ້ມເກົ່າ ຟາບີໂອ ກົວຕາຣາໂຣ້ 23 ຄະແນນ ໂອກາດເປັນແຊ້ມສົດໃສ, ສະໜາມສຸດທ້າຍ ແບັກໄນອາ ຂໍຈົບອັນດັບ 1 ໃນ 13 ກໍຈະເປັນແຊ້ມໂລກປີນີ້ທັນທີ.
ສ່ວນຄະແນນທີມຜູ້ສ້າງ ທີມນຳ ດູຄາຕິ ມີ 432 ຄະແນນ ໄດ້ແຊ້ມປະເພດທີມແນ່ນອນແລ້ວ, ທີສອງ ອາພຣີເລຍ ມີ 248 ຄະແນນ ແລະ ທີສາມ ຢາມາຮ່າ ມີ 243 ຄະແນນ.
ສະໜາມຕໍ່ໄປ ສະໜາມສຸດທ້າຍ ສະໜາມທີ 20 ລາຍການ Valencian Community Grand Prix ທີ່ສະໜາມ Circuit Ricardo Tormo, ປະເທດແອັສປາຍ ວັນທີ 4-6 ພະຈິກທີ່ຈະມາເຖິງນີ້.
Photo: MotoGP