ໄມເຄິນ ຄາຣຣິກ ອະດີດກອງກາງທີມຊາດອັງກິດ ແລະ ສະໂມສອນ ແມນເຊັສເຕີ ຢູໄນເຕັດ ໄດ້ງານໃໝ່ຄຸມທີມ ມິດເດິນສະໂບ ຫລື ເດີ ໂບໂຣ້ ທີມໃນສັງວຽນ ເດີ ແຊ້ມປ້ຽນຊິບ ລີກອັນດັບສອງຂອງອັງກິດ.
ຄາຣຣິກ ໄວ 41 ປີ ວ່າງງານມາຕັ້ງແຕ່ທ້າຍເດືອນພະຈິກ ປີ 2021 ຫລັງຄຸມ ແມນຢູ 3 ນັດ ແທນທີ່ຂອງ ໂອເລ່ ກຸນນ້າ ໂຊຊາ ທີ່ຖືກປົດອອກຈາກຕຳແໜ່ງ ກ່ອນ ຣາຟ ຣັງນິກ ເຂົ້າມາຄຸມທີມ ແລະ ຕໍ່ມາເປັນ ເອຣິກ ເທັນຮ໊າກ.
ນີ້ເປັນປະສົບການໃໝ່ຂອງ ໄມເຄິນ ຄາຣຣິກ ໃນການເປັນຜູ້ຈັດການທີມເຕັມໂຕ ໂດຍນັດທຳອິດກັບ ເດີ ໂບໂຣ້ ຈະພາທີມບຸກໄປຢາມ ເປັສຕັນ ນັອດເອນ ວັນເສົາທີ 29 ຕຸລານີ້, ຂະນະນີ້ ມິດເດິນສະໂບ ຢູ່ທ້າຍຕາຕະລາງ ມີ 17 ຄະແນນ ຈາກ 16 ນັດ ຫ່າງຈາກພື້ນທີ່ຕົກຊັ້ນພຽງ 1 ຄະແນນ.
Photo: Middlesbrough FC