ແອັສຕັນ ວິນລ້າ ສະໂມສອນບານເຕະເກົ່າແກ່ໃນອັງກິດ ປະກາດແຕ່ງຕັ້ງ ອູໄນ ເອເມຣີ້ ຜູ້ຈັດການທິມຊາວແອັສປາຍ ໄວ 50 ປີ ອະດີດຄູຝຶກ ອາຣເຊນໍລ ແລະ ປາຣີ ແຊັງແຊກແມັງ ເປັນຜູ້ຈັດການທີມໃໝ່ຂອງສະໂມສອນ ແທນທີ່ ສະຕີເວັນ ເຈີຣາດ ທີ່ຖືກປົດອອກຈາກຕຳແໜ່ງ ພາຍຫລັງພາທີມບຸກເສຍໃຫ້ ຟູແລ່ມ 0-3 ເກມພຣີເມ່ຍລີກ ເມື່ອຄືນວັນທີ 20 ຕຸລາຜ່ານມາ, ພາທີມຈົ່ມຢູ່ທ້າຍຕາຕະລາງ.
ວິນລ້າ ຈ່າຍຄ່າຈີກສັນຍາຂອງ ເອເມຣີ້ ກັບ ບີຢາຣຽວ ເພື່ອດຶງມາຄຸມທີມ 5.2 ລ້ານປອນ ເພາະສັນຍາຂອງ ເອເມຣີ້ ຈະໝົດກັບທັບເຮືອດຳນໍ້າຫລັງຈົບລະດູການໜ້າ, ເອເມຣີ້ ຈະເຂົ້າມາຄຸມ ວິນລ້າ ທາງການໃນວັນທີ 1 ພະຈິກທີ່ຈະມາເຖິງນີ້ ຫລັງເອກະສານຍົກຍ້າຍສຳເລັດ.
ເອເມຣີ້ ເປັນຄູຝຶກທີ່ມີປະສົບການສູງ ເຄີຍຄຸມຫລາຍທີມດັງ ເປັນຕົ້ນ: ບາເລັນເຊຍ, ສະປາຕັກ ມັອສໂຄ, ເຊບີຢ້າ, ປາຣີ ແຊັງແຊກແມັງ, ອາຣເຊນໍລ ແລະ ບີຢາຣຽວ. ລະດູການຜ່ານມາ ພາທັບເຮືອດຳນໍ້າ ເຂົ້າເຖິງຮອບ 4 ທີມສຸດທ້າຍ ຢູຟ້າ ແຊ້ມປ້ຽນລີກ ພ້ອມກັນພາທີມ ໄດ້ແຊ້ມ ຢູໂຣປ້າລີກ ລະດູການ 2020–21, ຄຸມ ອາຣເຊນໍລ ເຂົ້າຊິງ ຢູໂຣປ້າລີກ ລະດູການ 2018–19, ຄຸມ ເຊບີຢ້າ ໄດ້ແຊ້ມ ຢູໂຣປ້າລີກ 3 ສະໄໝຕິດຕໍ່ກັນ ແລະ ຄຸມ ປາຣີ ແຊັງແຊກແມັງ ໄດ້ແຊ້ມຄົບທຸກລາຍການໃນຝຣັ່ງເຊັ່ນ: ລີກອ໋ອງ, ຄຸບເດີຟຣອງ, ຄຸບເດີລາລີກ ແລະ ຊຸບເປີຄັບຝຣັ່ງ ລວມແລ້ວຄຸມທີມຫລາຍກວ່າ 900 ນັດ.
Photo: Aston Villa FC