ບຸນຊ່ວງເຮືອປະເພນີປະຈຳປີ 2022 ຂອງແຂວງວຽງຈັນຄັ້ງນີ້ ໄດ້ດຳເນີນໄປເປັນເວລາ 3 ວັນ ຄືວັນທີ 21-23 ຕຸລາຜ່ານມາ ທີ່ທ່ານ້ຳ ຫາດຊາຍທຽມ ບ້ານເກີນກາງ ເມືອງທຸລະຄົມ ແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ພ້ອມດ້ວຍບັນການນຳ-ອະດີດການນຳຂັ້ນແຂວງ, ຂັ້ນເມືອງ, ຂັ້ນບ້ານ, ຕະຫຼອດຮອດພໍ່ແມ່ປະຊາຊົນຊາວແຂວງວຽງຈັນ ແລະ ຕ່າງແຂວງ ເຂົ້າຮ່ວມຢ່າງຟົດຟື້ນ.
ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ປະທານຄະນະກຳມະການຈັດງານບຸນຊ່ວງເຮືອເທື່ອນີ້ ໄດ້ກ່າວວ່າ: ໃນງານປີນີ້ ມີຫຼາຍກິດຈະກຳ ເພື່ອສ້າງສີສັນ, ຄວາມເບີກບານມ່ວນຊື່ນ, ທັງເປັນການອະນຸລັກຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາວລ້ອງງື່ມ ແຂວງວຽງຈັນ ໂດຍສະເພາະແມ່ນ ກິດຈະກຳການສະແດງຟ້ອນລາຍງ້າວ ຂອງຊາວບ້ານປາກກະຍຸງ, ເມືອງວຽງຄຳ ແຂວງວຽງຈັນ, ການສະແດງສິນລະປະດົນຕີພື້ນເມືອງຂອງຊາວໜຸ່ມ-ເຍົາວະຊົນຈາກສູນວັດທະນະທຳເດັກຂອງແຂວງ, ງານຕະຫຼາດນັດວາງສະແດງຂາຍຜົນຜະລິດກະສິກຳ, ຫັດຖະກຳ-ສິນຄ້າໂອດັອບ ຂອງບັນດາເມືອງຕ່າງໆ ລວມທັງສິນຄ້າອຸປະໂພກ-ບໍລິໂພກ ແລະ ອາຫານພື້ນບ້ານຈຳນວນໜຶ່ງ, ນອກຈາກນີ້ ກໍມີການວາງສະແດງ ແລະ ໂຄສະນາຜະລິດຕະພັນຂອງບັນຫົວໜ່ວຍທຸລະກິດ, ວິສາຫະກິດໂທລະຄົມມະນາຄົມ, ທະນະຄານຕ່າງໆທີ່ມີສາຂາຢູ່ແຂວງວຽງຈັນ, ມີການຄົບງັນດ້ວຍວົງດົນຕີຊື່ດັງ ເພື່ອສ້າງຄວາມຄຶກຄື້ນມ່ວນຊື່ນໃນງານຄັ້ງນີ້.
ບຸນຊ່ວງເຮືອປະເພນີປະຈຳປີ 2022 ຂອງແຂວງວຽງຈັນຄັ້ງນີ້ ເປັນເຮືອຊ່ວງ ປະເພດ 55 ສີພາຍ ມີ 14 ລຳເຂົ້າຮ່ວມ ທີ່ມາຈາກບັນດາບ້ານເຂດລ້ອງງື່ມເມືອງທຸລະຄົມ. ຜ່ານການແຂ່ງຂັນ ຊະນະເລີດ ໄດ້ແກ່ເຮືອຊ່ວງບ້ານຫາດສ້ຽວ ໄດ້ຮັບເງິນລາງວັນ 15.000.0000 ກີບ, ຂັນໂລ 1 ໜ່ວຍ ແລະ ຂັນເງິນ ເຊິ່ງເປັນຂັນໝູນວຽນ ນໍ້າໜັກ 1 ກິໂລ 1 ໜ່ວຍ, ທີ 2 ໄດ້ແກ່ ເຮືອຊ່ວງບ້ານຕານປ່ຽວ ໄດ້ຮັບເງິນລາງວັນ 13.000.000 ກີບ ພ້ອມຂັນໂລ 1 ໜ່ວຍ, ທີ 3 ແມ່ນເຮືອຊ່ວງບ້ານຫາດສວນ ຮັບເງິນລາວັນ 10.000.000 ກີບ ພ້ອມໂລ 1 ໜ່ວຍ ແລະ ທີ 4 ເປັນຂອງເຮືອຊ່ວງບ້ານຫາດໄຊ ຮັບເງິນລາງວັນ 8.000.000 ກີບ ພ້ອມຂັນໂລ 1 ໜ່ວຍ.
ນອກຈາກນັ້ນຍັງມີລາງວັນຕົບແຕ່ງເອ້ຢ້ອງເຮືອງາມ; ລາງວັນເຊີ້ງມ່ວນ ແລະ ລາງວັນຊົມເຊີຍຈຳນວນໜຶ່ງ ເພື່ອເປັນການຊົມເຊີຍ ແລະ ຊຸກຍູ້ ເປັນຂວັນກຳລັງໃຈ ໃຫ້ກັບບັນດາເຮືອ ແລະ ສີພາຍຂອງບັນດາບ້ານ ທີ່ໄດ້ພ້ອມພຽງສາມັກຄີກັນ ທຸມເທເຫື່ອແຮງ ເຂົ້າໃນການແຂ່ງຂັນດ້ວຍຄວາມຮັບຜິດຊອບ ແລະ ມີນໍ້າໃຈນັກກິລາ ເຮັດໃຫ້ງານບຸນຄັ້ງນີ້ ມີບັນຍາກາດຟົດຟື້ນ ເບີກບານມ່ວນຊື່ນ ເຕັມໄປດ້ວຍຮອຍຍິ້ມແຫ່ງມິດຕະພາບຂອງບັນດາທ່ານແຂກ ແລະ ມວນຊົນ ທີ່ເຂົ້າຮ່ວມງານຄັ້ງນີ້.
ສຳລັບມູນຄ່າລາງວັນການແຂ່ງຂັນເຮືອຊ່ວງເທື່ອນີ້ ລວມທັງໝົດເກືອບ 80 ລ້ານກີບ ໂດຍການສະໜັບສະໜູນຂອງ ກຸ່ມບໍລິສັດ ມາລິນີ ແລະ ການປະກອບສ່ວນຊຸກຍູ້ອຸປະຖໍາເຮືອຊ່ວງແຕ່ລະບ້ານທີ່ເຂົ້າຮ່ວມແຂ່ງຂັນຈາກບັນດາພະແນກການ, ອົງການ, ກົມກອງ, ຫົວໜ່ວຍວິສາຫະກິດຂັ້ນແຂວງອີກຈຳນວນໜຶ່ງຕື່ມອີກ.