ນັກກິລາດອກປີກໄກ່ຈາກ ສປ ຈີນ ກວາດແຊ້ມ 4 ລາຍການ ຈາກ 5 ລາຍການ ດອກປີກໄກ່ ລະດັບໂລກ ລາຍການ ເດັນມາກ ໂອເພັນ 2022 ທີ່ໂອເດັນເຊ້ ປະເທດເດັນມາກ ໃນທ້າຍອາທິດຜ່ານມາ ຊິງເງິນລາງວັນລວມ 750,000 ໂດລາສະຫະລັດ.
ປະເພດຍິງດ່ຽວ ນັກກິລາຈາກຈີນຊິງກັນເອງ ເຫີປິ່ງຈຽວ ມື 8 ຂອງລາຍການ ຊະນະ ເສິນຢູ້ເຟີຍ ມື 3 ຂອງລາຍການ 2-1 ເກມ: 22-20, 12-21 ແລະ 21-10 ໄດ້ແຊ້ມລະດັບ Super 750 ເປັນລາຍການທຳອິດໃນອາຊີບ ຮັບຂັນແຊ້ມ ແລະ ເງິນລາງວັນ 52,500 ໂດລາ.
ຂະນະທີ່ ປະເພດຊາຍດ່ຽວ ສືຢູ້ສີ ອະດີດມື 2 ຂອງໂລກ ຈາກຈີນ ຊະນະ ຫລີຊື້ເຈຍ ມື 4 ຂອງໂລກ ຈາກມາເລເຊຍ 2-1 ເກມ: 21-18, 16-21 ແລະ 21-12 ໄດ້ແຊ້ມລາຍການນີ້ ເປັນຄັ້ງທຳອິດ ຮັບຂັນແຊ້ມ ແລະ ເງິນລາງວັນ 52,500 ໂດລາ, ຮອງແຊ້ມຍິງດ່ຽວ-ຊາຍດ່ຽວ ໄດ້ເທົ່າກັບ 25,500 ໂດລາ.
ສ່ວນປະເພດຄູ່ຍິງ ແລະ ຄູ່ປະສົມ ແຊ້ມກໍເປັນຂອງນັກກິລາຈາກຈີນ, ຂະນະທີ່ ປະເພດຄູ່ຊາຍ ແຊ້ມ ແລະ ຮອງແຊ້ມ ແມ່ນຄູ່ຈາກອິນໂດເນເຊຍ.
ສຳລັບດອກປີກໄກ່ ເວີທົວ ລາຍການຕໍ່ໄປ ລະດັບ Super 750 ແມ່ນ French Open ທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ຈະແຂ່ງຂັນໃນວັນທີ 25–30 ຕຸລານີ້ ຊິງເງິນລາງວັນລວມ 675,000 ໂດລາສະຫະລັດ.
Photo: BWF