ແມັກ ເວີສະເຕັບເປິ້ນ ແຊ້ມໂລກ ລົດສູດໜຶ່ງ ຟໍຣມູລ້າວັນ ຄົນຫລ້າສຸດ ຈາກທີມເຣດບລູ ເຣຊິ້ງ ສ້າງສະຖິຕິຄວ້າແຊ້ມ F1 13 ລາຍການໃນໜຶ່ງລະດູການ ເທົ່າກັບສະຖິຕິສູງສຸດຂອງ ມິເຊວ ຊູມັກເກີ ແລະ ເຊບັສຕຽນ ເວັດເທວ ພາຍຫລັງພິຊິດແຊ້ມລາຍການ ຢູເອັສ ກຣັງປຣີ ສະໜາມທີ 19 ຂອງປີ 2022 ທີ່ສະໜາມ Circuit of the Americas ໃນນະຄອນອັສຕິນ ລັດເທັກຊັສ, ສະຫະລັດ ອາເມຣິກາ ເມື່ອທ້າຍອາທິດຜ່ານມາ.
ເວີສະເຕັບເປິ້ນ ອອກໂຕເປັນຄົນທີສາມ ແຕ່ຂັບລົດຄູ່ໃຈແຊງເຂົ້າເສັ້ນໄຊເປັນຄົນທຳອິດ 56 ຮອບ ເວລາ 1 ຊົ່ວໂມງ 42 ນາທີ 11.687 ວິນາທີ ເອົາຊະນະ ລຸຍ ຮາມິນຕັນ ແຊ້ມໂລກ 7 ສະໄໝ ຈາກທີມເມີຊີເດັສ 5.023 ວິນາທີ.
ເວີສະເຕັບເປິ້ນ ປ້ອງກັນແຊ້ມໂລກປີນີ້ ໄດ້ແນ່ນອນແລ້ວ ພ້ອມກັບພາຕົ້ນສັງກັດ ເຣດບລູ ເຣຊິ້ງ ໄດ້ແຊ້ມປະເພດທີມຄັ້ງທຳອິດໃນຮອບ 9 ປີ ຕ່ໍຈາກປີ 2013 ສ່ວນອັນດັບສາມ ສະໜາມນີ້ ເປັນຂອງ ຊາວ ເລັກເລີ ຊາວໂມນາໂຄ ຈາກທີມເຟີຣາຣີ ຕາມຫລັງ 7.501 ວິນາທີ. ຂະນະທີ່ ເຊບັສຕຽນ ເວັດເທວ ແຊ້ມໂລກ 4 ສະໄໝ ຈົບທີ 7 ແລະ ເຟີນັນໂດ ອາລອນໂຊ້ ແຊ້ມໂລກ 2 ສະໄໝ ຈົບອັນດັບທີ 15.
ສະໜາມຕໍ່ໄປ ສະໜາມທີ 20 ລາຍການ ເມັກຊິກັນ ກຣັງປຣີ ທີ່ສະໜາມ Autódromo Hermanos Rodríguez ປະເທດເມັກຊິໂກ້ ຈະແຂ່ງຂັນໃນວັນທີ 28-30 ຕຸລານີ້.
Photo: F1