ມາກ ອາວເລນ ນັກສະນຸກເກີ ມື 10 ຂອງໂລກ ຊາວໄອແລນເໜືອ (ອຽກລັງເໜືອ) ກາຍເປັນນັກສະນຸກເກີ ຄົນທີສອງ ທີ່ສາມາດປ້ອງກັນແຊ້ມ ສະນຸກເກີລະດັບໂລກ ລາຍການ Northern Ireland Open ທີ່ບ້ານເກີດ ນະຄອນຫລວງ ເບວຟາດ, ປະເທດໄອຣແລນເໜືອ ພາຍຫລັງຮອບຊິງຊະນະເລີດປີນີ້ ແຊງຊະນະ ຈູ ເຢ້ຍຫລົງ ຈາກຈີນ ມື 23 ຂອງໂລກ 9-4 ເຟຣມ ຕາມຫລັງກ່ອນ 1-4 ເຟຣມ ຈາກນັ້ນກວາດ 8 ເຟຣມລວດ ປ້ອງກັນແຊ້ມໄດ້ສຳເລັດ.
ອາວເລນ ຄວ້າແຊ້ມສະນຸກເກີ ລະດັບສະສົມຄະແນນໂລກ ເປັນລາຍການທີ 7 ໃນອາຊີບ ຮັບຂັນແຊ້ມ ພ້ອມເງິນລາງວັນ 80,000 ປອນ, ສ່ວນຮອງແຊ້ມໄດ້ຮັບເງິນລາງວັນ 35,000 ປອນ, ສ່ວນລາງວັນເຂົ້າເບຣກສູງສຸດເປັນຂອງ ຫລີຫາງ ຈາກຈີນ ເກັບໄດ້ 141 ຄະແນນ ຮັບເງິນລາງວັນ 5,000 ປອນ.
ສະນຸກເກີລະດັບໂລກ ລາຍການຕໍ່ໄປ ແມ່ນລາຍການ ແຊ້ມປະທະແຊ້ມ ຫລື Champion of Champions ຈະແຂ່ງຂັນວັນທີ 31 ຕຸລາ – 6 ພະຈິກ 2022 ຢູ່ໂບຕັນ ປະເທດອັງກິດ ຊິງເງິນລາງວັນລວມ 440,000 ປອນ ແຊ້ມຈະໄດ້ຮັບ 150,000 ປອນ.
Photo: World Snooker Tour