ເລວານດັອຟສະກີ້ ຍິງປະຕູທີ 16 ໃນລະດູການນີ້ໃຫ້ ບາຣຊ້າ ພາທີມຊະນະ ບິວເບົາ 4-0

ການແຂ່ງຂັນເຕະບານ ລາລີກ້າ ແອັສປາຍ ຄືນວັນທີ 23 ຕຸລາຜ່ານມາ, ບາຣເຊໂລນ້າ ເປີດສະໜາມຄໍ້ານູ ໄລ່ຕ້ອນເອົາຊະນະ ແອັດເລຕິກ ບິວເບົາ 4-0 ໂຣເບີດ ເລວານດັອຟສະກີ້ ຍິງໜຶ່ງປະຕູ ກາຍເປັນປະຕູທີ 16 ໃນລະດູການນີ້ ລວມທຸກລາຍການ ກັບສັງກັດໃໝ່ ແລະ ເປັນປະຕູທີ 12 ໃນລີກລະດູການນີ້ ຈາກການລົງຫລິ້ນ 11 ນັດ ຂຶ້ນນຳດາວຍິງສູງສຸດຢ່າງໜຽວແໜ້ນ. ຂະນະທີ່ ອຸສມານ ເດັມເບເລ່ ປີກຊາວຝຣັ່ງ ຍິງ 1 ປະຕູ 3 ແອັສຊິດ ແລະ ເຊີຈີ້ ໂຣແບໂຕ້, ແຟຣານ ຕໍເຣັສ ຍິງຜູ້ລະໜຶ່ງປະຕູ.

ບາຣຊ້າ ມີ 28 ຄະແນນຈາກ 11 ນັດ ຢູ່ອັນດັບສອງ ຕາມຫລັງ ຣຽວ ມາດຣິດ ທີມນຳ 3 ຄະແນນ, ສ່ວນ ບິວເບົາ ມີ 18 ຄະແນນ ຢູ່ທີ 6 ນັດຕໍ່ໄປ ບາຣຊ້າ ຈະລົງຫລິ້ນເກມ ຢູຟ້າ ແຊ້ມປ້ຽນລີກ ເປີດບ້ານພົບກັບ ບາເຢິນ ມິວນິກ ຄືນວັນທີ 26 ຕຸລານີ້. ຂະນະທີ່ ບິວເບົາ ຈະລົງຫລິ້ນເກມລີກ ວັນທີ 30 ຕຸລາ ເປີດບ້ານພົບກັບ ບີຢາຣຽວ.

Photo: FC Barcelona

Leave a Reply

Your email address will not be published. Required fields are marked *