ກຽມຈັດແຂ່ງຂັນມວຍນາໆຊາດ ຊິງແຊ້ມສະຫະພັນມວຍແຫ່ງອາຊີ 28 ຕຸລານີ້ ທີ່ສູນການຄ້າສະຫວັນ-ໄອເຕັກ ແຂວງສະຫວັນນເຂດ

ສະຫະພັນກິລາມວຍລາວ ແລະ ມວຍສາກົນ ແຂວງສະຫວັນນະເຂດ ກຽມຈັດການແຂ່ງຂັນມວຍນາໆຊາດ ຊິງແຊ້ມສະຫະພັນມວຍແຫ່ງອາຊີ ໃນວັນທີ 28 ຕຸລານີ້ ທີ່ສູນການຄ້າສະຫວັນ-ໄອເຕັກ ນະຄອນໄກສອນພົມວິຫານ ແຂວງສະຫວັນນເຂດ. ທ່ານ ຫົງຄຳ ໂພທິສານ ຮອງປະທານ ສະຫະພັນມວຍລາວແຫ່ງຊາດ, ຮອງປະທານສະຫະພັນມວຍແຂວງສະຫວັນນະເຂດ, ຮັບຜິດຊອບມວຍ 6 ແຂວງພາກກາງ ແລະ ພາກໃຕ້ ໄດ້ໃຫ້ສຳພາດວ່າ: ການຈັດແຂ່ງຂັນມວຍນາໆຊາດ ຊິງແຊ້ມສະຫະພັນມວຍແຫ່ງອາຊີ ໃນວັນທີ 28 ຕຸລານີ້ ຈະຈັດຂຶ້ນເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 72 ປີ, ທັງເປັນການໂຄສະນາ – ປະຊາສຳພັນ ການທ່ອງທ່ຽວລາວ ກໍຄືແຂວງສະຫວັນນະເຂດ, ພ້ອມກັນນີ້ ກໍເປັນການການລະດົມທຶນໃຫ້ແກ່ຄະນະນັກກິລາແຂວງສະຫວັນນະເຂດ ກຽມເຂົ້າຮ່ວມງານມະຫາກຳກິລາແຫ່ງຊາດ ຄັ້ງທີ 11 ທີ່ແຂວງຊຽງຂວາງ ລະຫວ່າງວັນທີ 13-22 ທັນວາປີນີ້.

ທ່ານ ຫົງຄຳ ໂພທິສານ ຮອງປະທານ ສະຫະພັນມວຍລາວແຫ່ງຊາດ ໃຫ້ຮູ້ຕື່ມວ່າ: ການແຂ່ງຂັນມວຍຄັ້ງນີ້ ມີທັງໝົດ 7 ຄູ່ ໃນນີ້ມີການແຂ່ງຂັນມວຍນາໆຊາດ ຊິງແຊ້ມສະຫະພັນມວຍແຫ່ງອາຊີ ຫລື ABF ເພດຊາຍ ລຸ້ນນໍ້າໜັກ 135 ປອນ ຫລື ປະມານ 61 ກິໂລກຣາມ, ກຳນົດຊົກ 10 ຍົກ ລະຫວ່າງ ແກ້ວຟ້າ ຕ.ບົວມາດ ແຊ້ມຈາກປະເທດໄທ ພົບກັບ ໂບອິໂຕ້ ຊີມານຈັນທັກ ຜູ້ທ້າຊິງຊາວອິນໂດເນເຊຍ, ພ້ອມກັບມວຍອີກ 6 ຄູ່ ໂດຍມີນັກມວຍຈາກ ສປປ ລາວ, ໄທ ແລະ ຫວຽດນາມ ເຂົ້າຮ່ວມ.

ຂໍເຊີນຊວນແຟນມວຍ ແລະ ທ່ານຜູ້ຊົມທຸກທ່ານ ມາຮ່ວມຊົມ ຮ່ວມເຊຍ ໃນວັນທີ 28 ຕຸລານີ້ ເລີ່ມເວລາ 18:15-20:15 ໂມງ ທີ່ສູນການຄ້າສະຫວັນ-ໄອເຕັກ ນະຄອນໄກສອນພົມວິຫານ ແຂວງສະຫວັນນເຂດ.

Leave a Reply

Your email address will not be published. Required fields are marked *