ເພື່ອເປັນການສົ່ງເສີມການທ່ອງທ່ຽວລາວ ກໍຄືການໂຄສະນາ ປະຊາສຳພັນ ແລະ ເຜີຍແຜ່ ສະຖານທີ່ທ່ອງທ່ຽວທີ່ສວຍສົດງົດງາມ ມີເອກະລັກສະເພາະໃນຜືນແຜ່ນດິນລາວ ໂດຍສະເພາະສະຖານທີ່ທ່ອງທ່ຽວທາງທຳມະຊາດ ຢູ່ເມືອງເຟືອງ ແລະ ເມືອງວັງວຽງ ແຂວງວຽງຈັນ ທີ່ກຳລັງລືຊື່ໃນປະຈຸບັນ, ທາງສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ຮ່ວມກັບສະມາຊິກ ຈຶ່ງໄດ້ຈັດກິດຈະກຳ ຄາລະວານລົດ ອັອຟໂຣດ ທ່ອງທ່ຽວລາວ ໃນເທື່ອນີ້ ເພື່ອກະຕຸ້ນການທ່ອງທ່ຽວລາວໃຫ້ກວ້າງຂວາງ ແລະ ກັບມາຟົດຟື້ນອີກຄັ້ງ ພາຍຫລັງສະພາບການລະບາດຂອງພະຍາດໂຄວິດ-19 ດີຂຶ້ນ.
ທ່ານ ວິຣະໄຊຄຳ ພິລາພັນເດຊ ປະທານສະຫະພັນ ກິລາອັອຟໂຣດ ນະຄອນຫລວງວຽງຈັນ ແລະ ທ່ານ ບຸນຮຽງ ແກ້ວວິຫານ ຮອງປະທານສະຫະພັນ ກິລາອັອຟໂຣດ ນະຄອນຫລວງ ກ່າວວ່າ: ກິດຈະກຳ ຄາລະວານລົດ ອັອຟໂຣດ ທ່ອງທ່ຽວລາວ ຄັ້ງນີ້ ມີລົດເຂົ້າຮ່ວມຫລາຍກວ່າ 50 ຄັນ ທີ່ມາຈາກສະຫະພັນອັອຟໂຣດນະຄອນຫລວງ, ສະໂມສອນຊ້າງປ່າອັອຟໂຣດ, ສະໂມສອນ ຮ່ວມໃຈ ອັອຟໂຣດ, ບີບີ ໂອໂຕຊ໋ອບ, ສະໂມສອນ ຢູ່ຢ່າງສິງ ອັອຟໂຣດ ແລະ ສະໂມສອນ ແຂວງວຽງຈັນ ອັອຟໂຣດ. ຈະເດີນທາງເປັນເວລາ 3 ວັນ ຄືວັນທີ 21-23 ຕຸລາ 2022 ເຊິ່ງຕອນທ່ຽງ ວັນທີ 21 ຕຸລາ ລວມໂຕກັນຢູ່ເດີນພະທາດຫລວງ ແລະ ອອກເດີນທາງມຸ້ງຫນ້າສູ່ເມືອງເຟືອງ ຂື້ນທາງດ່ວນ ແລະ ຄາດວ່າ ຈະຮອດເມືອງເຟືອງ ເວລາປະມານ 16:00 ເຂົ້າຈຸດພັກຜ່ອນຕາມແຫລ່ງທ່ອງທ່ຽວເມືອງເຟືອງ ແລະ ພັກຜ່ອນຕາມອັດທະຍາໃສ.
ຈາກນັ້ນ ວັນທີ 22 ຕຸລາ ເວລາ 7 ໂມງເຊົ້າ ກຽມອາຫານປັ້ນເຂົ້າເຊົ້າ ແລະ ເຮັດອາຫານເພື່ອຕອນບ່າຍ ເວລາ 9:00 ອອກເດີນທາງມຸ້ງສູ່ເສັ້ນທາງທຳມະຊາດ ເມືອງເຟືອງ ຫາ ເມືອງວັງວຽງ ໂດຍກຳເວລາຊອດອອກເມືອງວັງວຽງ ບ້ານນ້ຳແປ, ຫລັງຈາກນັ້ນ ມື້ທີສາມ ວັນທີ 23 ຕຸລາ ຕອນເຊົ້າກຽມອາຫານ ປັ້ນເຂົ້າເຊົ້າ ແລະ ເດີນທາງທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆຂອງເມືອງວັງວຽງ, ເວລາ 16:00 ເດີນທາງກັບນະຄອນຫລວງວຽງຈັນ ໂດຍໃຊ້ທາງດ່ວນ.
ການເດີນທາງຄັ້ງນີ້ ເກີດຂຶ້ນໄດ້ຍ້ອນຄວາມຮັກແພງ ສາມັກຄີ ຂອງບັນດາສະມາຊິກ ພ້ອມໃຈກັນຮ່ວມສົ່ງເສີມການທ່ອງທ່ຽວລາວ ເພື່ອກະຕຸ້ນເສດຖະກິດ ກະຈາຍລາຍໄດ້ສູ່ຊຸມຊົນ ເຊິ່ງການທ່ອງທ່ຽວ ເປັນໜຶ່ງໃນຂະແໜງຍຸດທະສາດ ທີ່ເປັນເສົາຄ້ຳຫລັກ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ສາມາດນຳລາຍໄດ້ເປັນເງິນຕາເຂົ້າປະເທດຢ່າງຫລວງຫລາຍ, ພ້ອມທັງກະຕຸກຊຸກຍູ້ ໃຫ້ຂະແໜງການອື່ນໆ ມີການຂະຫຍາຍຕົວ ແລະ ພັດທະນາໄປພ້ອມໆກັນ.