ແມນຢູ ລົງໂທດ ໂຣນາວໂດ້ ຫ້າມລົງຫລິ້ນນັດປະທະ ເຊວຊີ ທ້າຍອາທິດນີ້!

ແມນເຊັສເຕີ ຢູໄນເຕັດ ຖະແຫລງການຢືນຢັນຕັດລາຍຊື່ ຄຣິສເຕຍໂນ້ ໂຣນາວໂດ້ ສູນໜ້າຊຸບເປີສະຕາຣຂອງທີມ ໃນນັດທີ່ຈະໄປຢາມ ເຊວຊີ ເກມລີກທ້າຍອາທິດນີ້ ເພື່ອເປັນການລົງໂທດຫົວໜ້າທີມຊາດປັອກຕຸຍການ ພາຍຫລັງສະແດງພຶດຕິກຳບໍ່ເໝາະສົມ ຢ່າງອອກຈາກສະໜາມກ່ອນຈົບເກມລີກກາງອາທິດຜ່ານມາ ທີ່ທັບປີສາດແດງ ເປີດບ້ານຊະນະ ສະເປີ 2-0.

ກ່ອນໜ້ານີ້ ແມນຢູ ໄດ້ຕັກເຕືອນ ໂຣນາວໂດ້ ຈາກການສະແດງພຶດຕິກຳອື່ນທີ່ບໍ່ເໝາະສົມເຊັ່ນ: ການປັດໂທລະສັບແຟນບານຕົກ ໃນເກມລີກ ທ້າຍລະດູການຜ່ານມາ ທີ່ຕົ້ນສັງກັດບຸກເສຍໃຫ້ ເອຟເວີຕັນ 0-1 ລວມທັງ ເຂົ້າມາລາຍງານຕົວຊ້າ ໄລຍະປຣີຊີຊັ່ນ ກ່ອນເລີ່ມລະດູການນີ້.

Photo: Manchester United

Leave a Reply

Your email address will not be published. Required fields are marked *